ຈັດເວທີເປິກສາຫາລືນ້ຳໂລກຄັ້ງທີ 10 ຢູ່ເກາະບາຫຼີຂອງອິນໂດເນເຊຍ

2024-05-20 11:51:33 CRI

    ວັນທີ 20 ພຶດສະພານີ້, ເວທີເປິກສາຫາລືນ້ຳໂລກຄັ້ງທີ 10 ໄດ້ຈັດຂຶ້ນຢູ່ເກາະບາຫຼີຂອງອິນໂດເນເຊຍ. ນີ້ແມ່ນເວທີເປິກສາຫາລືດັ່ງກ່າວຈັດຂຶ້ນຢູ່ປະເທດອາຊີຕາເວັນອອກສຽງໃຕ້ເປັນເທື່ອທຳອິດ.



    ເວທີເປິກສາຫາລືນ້ຳໂລກຈັດຂຶ້ນຮ່ວມກັນໂດຍຄະນະກຳມະການນ້ຳໂລກ ກັບລັດຖະບານປະເທດເຈົ້າພາບ, ນັບແຕ່ປີ 1997 ເປັນຕົ້ນມາ ເວທີເປິກສາຫາລືດັ່ງກ່າວແມ່ນ 3 ປີໃດຈັດຂຶ້ນເທື່ອໜຶ່ງ,ແມ່ນກິດຈະກຳກ່ຽວກັບນ້ຳສາກົນຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ.