ທ່ານຣາຟຟາແລັງເວົ້າວ່າ: ສາຍພົວພັນລະຫວ່າງຈີນກັບຝຣັ່ງມີຈຸດພິເສດແນວໃດ?

2024-05-20 14:55:26 cri

ເນື່ອງໃນໂອກາດທີ່ຈີນ-ຝຣັ່ງສ້າງສາຍພົວພັນທາງການທູດຄອບຮອບ 60 ປີ, ວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ສຳພາດທ່ານຊັງ ປີແອ ຣາຟຟາແລັງ ອະດີດນາຍົກລັດຖະມົນຕີຝຣັ່ງ ຜູ້ໄດ້ຮັບຫຼຽນໄຊມິດຕະພາບ.

ທ່ານຣາຟຟາແລັງ ເຫັນວ່າ: ຈຸດພິເສດຂອງສາຍພົວພັນລະຫວ່າງຝຣັ່ງກັບຈີນ, ກ່ອນອື່ນ, ມັນເປັນສາຍພົວພັນວັດທະນະທຳແບບໜຶ່ງ. ໃນຂອບເຂດທົ່ວໂລກ, ສອງປະເທດຝຣັ່ງ ແລະ ຈີນລ້ວນແຕ່ເຄົາລົບນັບຖືລັກສະນະຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ແລະຄອງຄອຍປະເທດຕ່າງໆຢູ່ໃນໂລກສາມາດສະແຫວງຫາສິ່ງທີ່ຄືກັນ, ສະຫງວນສິ່ງທີ່ແຕກຕ່າງກັນ ແລະ ພັດທະນາຮ່ວມກັນ.

ກ່ອນໜ້ານີ້ 60 ປີ, ຝຣັ່ງ ແລະ ຈີນໄດ້ສ້າງສາຍພົວພັນທາງການທູດ, ຝຣັ່ງໄດ້ກາຍເປັນປະເທດຕາເວັນຕົກໃຫຍ່ທຳອິດທີ່ສ້າງສາຍພົວພັນທາງການທູດກັບ ສປ ຈີນ. ໃນຖານະເປັນ “ເພື່ອມິດພິເສດ ແລະ ຄູ່ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”, ການນຳຂັ້ນສູງຂອງສອງປະເທດໄດ້ຮັກສາການໄປມາຫາສູ່ກັນຢູ່ເລື້ອຍໆມາໂດຍຕະຫຼອດ. ການທູດລະດັບປະມຸກລັດ ການແລກປ່ຽນ ແລະ ຮ່ວມມືອັນອຸດົມສົມບູນລະຫວ່າງສອງປະເທດ, ໄດ້ເພີ່ມພະລັງແຮງໃໝ່ໃຫ້ແກ່ການຂະຫຍາຍສາຍພົວພັນລະຫວ່າງຈີນກັບຝຣັ່ງ, ກໍຄື ສາຍພົວພັນລະຫວ່າງຈີນກັບເອີຣົບຢ່າງໝັ້ນທ່ຽງ ແລະ ປອດໃສ, ສ້າງໂອກາດໃໝ່ໃຫ້ແກ່ການຊຸກຍູ້ສັນຕິພາບ ແລະ ຄວາມກ້າວໜ້າຂອງໂລກ.