ລະຄອນໂທລະພາບໄດ້ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວທັງຫຼາຍໄປທ່ຽວສະຖານທີ່ຖ່າຍທຳລະຄອນເຫຼົ່ານີ້ນັບມື້ນັບຫຼາຍຂຶ້ນ

2024-05-21 16:50:04 cri

ຫວ່າງມໍ່ໆມານີ້, ລະຄອນໂທລະພາບເລື່ອງ “ນະຄອນອານໄຕຂອງຂ້ອຍ” ໄດ້ສາຍຢູ່ຕາມຊ່ອງໂທລະພາບຕ່າງໆພາຍໃນປະເທດຈີນ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈີນທັງຫຼາຍເຂົ້າໄປທ່ຽວຊົມນະຄອນອານໄຕເຂດຊິນຈ່ຽງຈີນ ທີ່ເປັນສະຖານທີ່ຖ່າຍທຳລະຄອນໂທລະພາບດັ່ງກ່າວນັບມື້ນັບຫຼາຍຂຶ້ນ ຍ້ອນໄດ້ຖ່າຍທຳພາບວິວທິວທັດທີ່ສວຍສົດງົດງາມຕ່າງໆຂອງນະຄອນອານໄຕ ເຊັ່ນ: ທ້ອງຟ້າທີ່ປອດໂປ່ງສົດໃສ, ທົ່ງຫຍ້າຂຽວງາມທີ່ກວ້າງໃຫຍ່ໄພສານ, ໜອງບຶງທີ່ໃສສະອາດ, ພູຫິມະທີ່ຂາວຈ່ານພ່ານ, ພູຕ່ານເຊຍທີ່ມີຫຼາກຫຼາຍສີສັນເປັນຕົ້ນ. ຕົວເລກຂໍ້ມູນທາງອອນລາຍສະແດງໃຫ້ເຫັນວ່າ: ນັບແຕ່ເລີ່ມມີການສາຍລະຄອນໂທລະພາບເລື່ອງນີ້ເປັນຕົ້ນມາ, ຈຳນວນຜູ້ເຂົ້າໄປຄົ້ນຫານະຄອນອານໄຕທາງອອນລາຍໄດ້ເພີ່ມຂຶ້ນ 1 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງເດືອນຜ່ານມາ, ຈຳນວນການສັ່ງຈອງຜະລິດຕະພັນທ່ອງທ່ຽວນະຄອນອານໄຕໄດ້ເພີ່ມຂຶ້ນຫຼາຍກວ່າ 370% ເມື່ອທຽບໃສ່ໄລຍະດຽວກັນຂອງເດືອນຜ່ານມາ.


ຕາມຂ່າວແຈ້ງວ່າ: ບໍລິສັດຖ່າຍທຳ “ນະຄອນອານໄຕຂອງຂ້ອຍ” ໄດ້ດຳເນີນການຮ່ວມມືກັບພາກສ່ວນການທ່ອງທ່ຽວ ແລະ ສຳນັກພິມຈຳໜ່າຍຂອງນະຄອນອານໄຕ ໂດຍໄດ້ປິ່ນອ້ອມຫົວຂໍ້ “ອ່ານປຶ້ມທີ່ດີຫົວໜຶ່ງ, ເບິ່ງລະຄອນໂທລະພາບທີ່ດີເລື່ອງໜຶ່ງ ແລະ ໄປທ່ຽວສະຖານທີ່ທ່ອງທ່ຽວທີ່ດີແຫ່ງໜຶ່ງ” ເພື່ອຊຸກຍູ້ໃຫ້ຜູ້ຊົມລະຄອນໂທລະພາບໄດ້ໄປທ່ຽວນະຄອນອານໄຕຕື່ມອີກ. ນອກນີ້, ນະຄອນອານໄຕຍັງໄດ້ຈັດໃຫ້ມີເສັ້ນທາງທ່ອງທ່ຽວ, ຖ້ຽວບິນ ແລະ ບັດ VIP ທີ່ຄ້າຍຄືກັນກັບເນື້ອໃນຂອງລະຄອນໂທລະພາບ ເພື່ອດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວ ແລະ ລູກຄ້າ.

ໃນຊຸມປີຜ່ານມາ, “ລະຄອນໂທລະພາບເລື່ອງໜຶ່ງໄດ້ຊຸກຍູ້ການທ່ອງທ່ຽວຂອງຕົວເມືອງແຫ່ງໜຶ່ງ” ກໍໄດ້ປະກົດຂຶ້ນເລື້ອຍໆຢູ່ຈີນ. ຕົວຢ່າງຄື: ລະຄອນໂທລະພາບເລື່ອງ “ໄປທ່ຽວບ່ອນທີ່ມີສາຍລົມ” ທີ່ເຄີຍສາຍອອກໃນຕົ້ນປີ 2023, ນາງເອກໄດ້ເລືອກໄປທ່ຽວ ແລະ ດຳລົງຊີວິດຢູ່ແຂວງຢຸນນານ ພາຍຫຼັງທີ່ລາວໄດ້ລາອອກຈາກຕຳແໜ່ງງານ ຍ້ອນປະສົບກັບຄວາມຫຼົ້ມແຫຼວໃນໜ້າທີ່ວຽກງານຂອງຕົນ, ນັກທ່ອງທ່ຽວທີ່ເດີນທາງໄປທ່ຽວຕົວເມືອງທີ່ມີການຖ່າຍທຳລະຄອນເລື່ອງນີ້ໄດ້ເພີ່ມຂຶ້ນ 10 ເທົ່າ ພາຍຫຼັງທີ່ລະຄອນເລື່ອງນີ້ສາຍອອກຕາມໂທລະພາບ. ລະຄອນເລື່ອງ “The Knockout” ທີ່ສາຍອອກໃນເວລາດຽວກັນ ກໍໄດ້ເຮັດໃຫ້ນະຄອນຈ່ຽງເໝິນແຂວງກວາງຕຸ້ງຈີນ ກາຍເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງຫຼາຍເຊັ່ນກັນ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ປີ 2023, ນະຄອນຈ່ຽງເໝິນໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 22,8 ລ້ານເທື່ອຄົນ, ສ້າງລາຍຮັບຈາກການທ່ອງທ່ຽວຫຼາຍກວ່າ 25 ຕື້ຢວນ, ຕ່າງໄດ້ເພີ່ມຂຶ້ນ 85% ແລະ 164% ເມື່ອທຽບໃສ່ປີ 2022. ຍັງມີລະຄອນໂທລະພາບເລື່ອງ “ດອກໄມ້ທີ່ງອກງາມ” ທີ່ໄປຖ່າຍທຳຢູ່ນະຄອນຊຽງໄຮ້ ກໍໄດ້ເຮັດໃຫ້ນັກທ່ອງທ່ຽວພາກັນເດີນທາງສູ່ນະຄອນຊຽງໄຮ້ຫຼາຍກວ່າເກົ່າ.

ນອກນີ້, ຍັງມີຕົວເມືອງທີ່ມີຊັບພະຍາກອນທ່ອງທ່ຽວທີ່ດີຂອງຈີນຫຼາຍແຫ່ງ ໄດ້ສຸມໃສ່ການສ້າງຜະລິດຕະພັນທ່ອງທ່ຽວ ແລະ ກິດຈະກຳທ່ອງທ່ຽວທີ່ມີເອກະລັກພິເສດຂອງຕົນ ເພື່ອດຶງດູດນັກທ່ອງທ່ຽວທັງຫຼາຍເຂົ້າມາທ່ຽວຊົມ ຄື: “ເມືອງລາຕີທີ່ຈະເລີນໃນລາຊະວົງຖັງ” ຂອງນະຄອນຊີອ່ານ ແລະ “ຕົວເມືອງໃນສະໄໝລາຊະວົງຊົ້ງ” ຂອງນະຄອນຫາງໂຈ່ວ ກໍເປັນແບບຢ່າງທີ່ຫັນເອົາວັດທະນະທຳກັບການທ່ອງທ່ຽວມາປະສານສົມທົບກັນ ໂດຍຜ່ານຈາກການກໍ່ສ້າງຕົວເມືອງຈຳລອງແບບບູຮານຂຶ້ນ ແລະ ສະແດງໃຫ້ເຫັນເຖິງວັດທະນະທຳທີ່ເປັນດັ້ງເດີມ ເພື່ອໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບວັດທະນະທຳບູຮານຂອງຈີນ.

“ວັດທະນະທຳ+ການທ່ອງທ່ຽວ” ພວມຊຸກຍູ້ຂະແໜງການທ່ອງທ່ຽວຂອງຈີນໃຫ້ພັດທະນາຂຶ້ນດ້ວຍຄຸນນະພາບສູງຢ່າງບໍ່ຢຸດຢັ້ງ ເຊິ່ງເຮັດໃຫ້ຕົວເມືອງຕ່າງໆໄດ້ມີຊັບພະຍາກອນທ່ອງທ່ຽວທີ່ດີ ໄດ້ດຶງດູດນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ ດ້ວຍຜະລິດຕະພັນການທ່ອງທ່ຽວທີ່ດີຂອງຕົນ, ໄດ້ສະໜອງໂອກາດສຳຜັດກັບວັດທະນະທຳ ແລະ ທາງເລືອກການທ່ອງທ່ຽວທີ່ນັບມື້ນັບຫຼາຍຂຶ້ນໃຫ້ແກ່ນັກທ່ອງທ່ຽວ, ໄດ້ຊຸກຍູ້ການບໍລິໂພກດ້ວຍການທ່ອງທ່ຽວ ແລະ ຊຸກຍູ້ເສດຖະກິດທ່ອງທ່ຽວຂອງຈີນໃຫ້ໄດ້ຮັບການພັດທະນານັບມື້ນັບຫຼາຍຍິ່ງຂຶ້ນ.