ອີຣານສ້າງຕັ້ງໜ່ວຍງານສືບສວນຂັ້ນສູງເພື່ອສືບສວນສາເຫດຂອງອຸບັດເຫດເຮີຣິກອບແຕຕົກ

2024-05-21 15:11:35 CRI


    ວັນທີ 20 ພຶດສະພານີ້, ທ່ານໂມຮຳມັດ ໂຮແຊນ ບາເກຣີ ຜູ້ບັນຊາການສູງສຸດກອງທັບພິທັກການປະຕິວັດອີຣານໄດ້ສ້າງຕັ້ງໜ່ວຍງານສືບສວນຂັ້ນສູງ, ໃນນັ້ນ, ລວມມີຜູ້ຊ່ຽວຊານດ້ານເຕັກນິກຂອງອີຣານ.


    ໜ່ວຍງານດັ່ງກ່າວໄດ້ເດີນທາງໄປຮອດສະຖານທີ່ເກີດອຸບັດເຫດເຮຣິກອບແຕຕົກຢູ່ແຂວງອາຊາໄບຈັນຕາເວັນອອກ ແລະ ພວມດໍາເນີນການສືບສວນຫາສາເຫດຂອງອຸບັດເຫດຄັ້ງນີ້.