ໃບຊານ້ອຍໆມີຄວາມສຳຄັນຫຼາຍຢູ່ໃນໃຈຂອງທ່ານສີຈິ້ນຜິງ

2024-05-21 15:40:20 cri

ຊາ ມີຕົ້ນກຳເນີດຢູ່ປະເທດຈີນ ແຕ່ໄດ້ຮັບຄວາມນິຍົມໄປທົ່ວໂລກ. ໃບຊານ້ອຍໆແມ່ນມີຄວາມສຳຄັນຫຼາຍຢູ່ໃນໃຈຂອງທ່ານສີຈິ້ນຜິງ ປະທານປະເທດຈີນ. ເພິ່ນໃຫ້ຄວາມສຳຄັນຕໍ່ການພັດທະນາທຸລະກິດໃບຊາ, ຊຸກຍູ້ອຸດສາຫະກຳໃບຊາເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດໃຫ້ຈະເລີນ.

 



ປີ2020, ໃນເວລາລົງເຄື່ອນໄຫວຢ້ຽມຢາມແຂວງສ້ານຊີ່, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນສວນຊາເພື່ອກວດເບິ່ງສະພາບການເຕີບໃຫຍ່ຂອງຕົ້ນຊາ, ພ້ອມທັງໂອ້ລົມສົນທະນາຢ່າງສະໜິດສະໜົມກັບຊາວສວນຊາທັງຫຼາຍ, ເພິ່ນຫວັງວ່າ ພີ່ນ້ອງປະຊາຊົນທັງຫຼາຍຈະກ້າວເດີນໄປຕາມເສັ້ນທາງພັດທະນາແບບສີຂຽວ ແລະຖືສິ່ງແວດລ້ອມນິເວດເປັນບຸລິມະສິດຢ່າງເດັດດ່ຽວໜຽວແໜ້ນ, ສ້າງຄວາມຮັ່ງມີດ້ວຍໃບຊາ ແລະພັດທະນາທຸລະກິດໃບຊາ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ແລ້ວມຸ່ງໜ້າສູ່ຊີວິດການເປັນຢູ່ທີ່ອີ່ມໜຳສຳລານ.

 

   ໃບຊາຂຽວອ່ອນເປັນພຽງພືດກະສິກຳທຳມະດາຂອງບ້ານພູດອຍນ້ອຍໆເທົ່ານັ້ນ ແຕ່ຢູ່ໃນສາຍຕາຂອງທ່ານສີຈິ້ນຜິງ, ມັນເປັນ “ໃບຊາຄຳ”ທີ່ສາມາດຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.

 

   ປີ2023, ປະລິມານການຜະລິດໃບຊາແຫ້ງຂອງແຂວງຢູນນານບັນລຸເຖິງ557.000 ໂຕນ, ສາມາດສ້າງມູນຄ່າຕ່ອງໂສ້ອຸດສາຫະກຳຄົບວົງຈອນໄດ້ເຖິງ 150,42 ຕື້ຢວນ, ລາຍໄດ້ຈາກອຸດຫາຫະກຳໃບຊາຂອງຊາວສວນຊາສະເລ່ຍຕໍ່ຫົວຄົນບັນລຸເຖິງ 5.530 ຢວນ,  ລາຍໄດ້ຂອງຊາວສວນຊາໄດ້ເພີ່ມຂຶ້ນທຸກປີ. ປີ2023 , ມູນຄ່າສັງລວມຂອງອຸດສາຫະກຳໃບຊາຢູ່ແຂວງກຸ້ຍໂຈ່ວບັນລຸເຖິງ 90 ຕື້812 ລ້ານຢວນ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໄດ້ເຖິງ3.224.000 ຄົນ, ຊາວກະສິກອນທີ່ມີສ່ວນກ່ຽວຂ້ອງກັບອຸດສາຫະກຳໃບຊາມີລາຍໄດ້ສະເລ່ຍປະມານ 15.337ຢວນຕໍ່ຄົນຕໍ່ປີ. ການພັດທະນາອຸດສາຫະກຳໃບຊາໄດ້ເປັນຕົວຢ່າງທີ່ມີຊີວິດຊີວາທີ່ພິສູດໃຫ້ເຫັນແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”.

 

   ໃບຊານ້ອຍໆບໍ່ພຽງແຕ່ສາມາດຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ພັດທະນາກະສິກຳແລະສ້າງຄວາມຮັ່ງມີໃຫ້ຊາວກະສິກອນເທົ່ານັ້ນ ແລະ ຍັງສ່ອງແສງໃຫ້ເຫັນເຖິງຄວາມອຸດົມສົມບູນແລະປະຫວັດສາດອັນດົນນານຂອງອະລິຍະທຳຈີນອີກດ້ວຍ.

 

ວັນທີ 21 ພຶດສະພາ2020, ທ່ານສີຈິ້ນຜິງໄດ້ສົ່ງສານຊົມເຊີຍວັນຊາສາກົນຄົບຮອບ1ປີ. ເນື້ອໃນສານຊົມເຊີຍລະບຸວ່າ: ອົງການສະຫະປະຊາຊາດກຳນົດ ວັນຊາສາກົນ ທີ 21 ພຶດສະພາ ໄດ້ສ່ອງແສງໃຫ້ເຫັນວ່າ: ປະຊາຄົມໂລກຍອມຮັບແລະໃຫ້ຄວາມສຳຄັນຕໍ່ຄຸນຄ່າຂອງໃບຊາ, ເຊິ່ງມີຄວາມໝາຍສຳຄັນຫຼາຍຕໍ່ການພັດທະນາອຸດສາຫະກຳໃບຊາແລະເສີມຂະຫຍາຍວັດທະນະທຳດ້ານຊາ.

 

ເດືອນເມສາປີ2014, ໃນເວລາຢ້ຽມຢາມປະເທດແບນຊິກ, ທ່ານສີຈິ້ນຜິງໄດ້ຍົກເອົາ “ຊາ” ກັບ “ເຫຼົ້າ” ມາປຽບທຽບການໄປມາຫາສູ່ກັນລະຫວ່າງຊາດ: “ຄືດັ່ງຄົນຈີນມັກຊາແຕ່ຄົນແບນຊິກມັກເບຍ, ລັກສະນະຄວາມອ່ອນໂຍນນຸ້ມນວນລໍ້າເລິກຂອງຜູ້ມັກຮັກການດື່ມຊາ ແລະ ລັກສະນະຫ້າວຫັນວ່ອງໄວຂອງຜູ້ມັກຮັກການດື່ມເຫຼົ້າເປັນຕົວແທນແຫ່ງສອງວິທີການທີ່ແຕກຕ່າງກັນຂອງການເຂົ້າໃຈຊີວິດ ແລະ ເຂົ້າໃຈໂລກ. ແຕ່ວ່າ ຊາ ກັບເຫຼົ້າ ບໍ່ແມ່ນວ່າຈະບໍ່ສາມາດເຊື່ອມໂຍງເຂົ້າກັນໄດ້, ຄົນເຮົາບໍ່ພຽງແຕ່ສາມາດດື່ມເຫຼົ້າກັບເພື່ອນມິດຢ່າງສຸດໃຈເທົ່ານັ້ນ ຍັງສາມາດດື່ມຊາກັບເພື່ອນມິດທັງສຳນຶກຮູ້ຊີວິດໄປພ້ອມ ”

 

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ:  ຈີນມີຈຸດຢືນທີ່ວ່າ  “ກົມກຽວແຕ່ມີຄວາມແຕກຕ່າງກັນ” ສ່ວນສະຫະພາບເອີຣົບແມ່ນເນັ້ນໜັກວ່າ “ຫຼາຍເຄົ້າແລະເຊື່ອມໂຍງເຂົ້າກັນ”. “ຈີນ-ເອີຣົບຄວນພະຍາຍາມຮ່ວມກັນເພື່ອສົ່ງເສີມໃຫ້ມາລາແຫ່ງອະລິຍະທຳຕ່າງໆຂອງມວນມະນຸດແຂ່ງຂັນກັນເບັ່ງບານເຮືອງເຮື່ອ.”

ທ່ານສີຈິ້ນຜິງໄດ້ບັນຍາຍຈຸດຢືນຂອງຈີນດ້ວຍວັດທະນະທຳດ້ານຊາ, ປຽບເໝືອນນຳເອົາ “ກິ່ນຫອມຂອງຊາຈີນ”ທີ່ຫອມຫວນຊື່ນໃຈໄປສູ່ໂລກ.