ທ່ານເຈີນແທັງເມິນໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດຫວຽດນາມຄົນໃໝ່

2024-05-21 10:31:42 CRI


    ວັນທີ 20 ພຶດສະພານີ້, ກອງປະຊຸມຄັ້ງທີ 7 ຂອງສະພາແຫ່ງຊາດຫວຽດນາມຊຸດທີ 15 ໄດ້ລົງຄະແນນສຽງເລືອກຕັ້ງປະທານສະພາແຫ່ງຊາດຄົນໃໝ່. ຜ່ານການລົງຄະແນນສຽງ, ທ່ານເຈີນແທັງເມິນ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດຫວຽດນາມຄົນໃໝ່. ຫຼັງຈາກນັ້ນ, ທ່ານເຈີນແທັງເມິນໄດ້ສາບານຕົວເຂົ້າຮັບຕຳແໜ່ງ.



    ທ່ານເຈີນແທັງເມິນ ເກີດເມື່ອເດືອນສິງຫາປີ 1962, ເຄີຍເປັນຮອງປະທານ ແລະ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລີ່ມແຕ່ເດືອນເມສາປີ 2021 ທ່ານດຳລົງຕຳແໜ່ງເປັນຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ແລະ ເປັນຜູ້ວ່າການແທນປະທານສະພາແຫ່ງຊາດນັບແຕ່ວັນທີ 2 ພຶດສະພາປີ 2024 ເປັນຕົ້ນມາ.