ຫຼັກການປະເທດຈີນດຽວແມ່ນສິ່ງທີ່ຮັບຮອງໂດຍທົ່ວໄປໃນສາກົນ ແລະ ຄວາມປາດຖະໜາຮ່ວມຂອງຄົນທັງຫຼາຍ

2024-05-21 10:09:05 CRI

    ວັນທີ 20 ພຶດສະພານີ້, ກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ວັນທີ 16 ພຶດສະພານີ້,ສະພາປະມຸກລັດສັນນິບາດອາຣັບໄດ້ຈັດກອງປະຊຸມຄັ້ງທີ 33, ປະເທດອາຣັບໄດ້ຂຽນການເຄົາລົບຫຼັກການປະເທດຈີນດຽວເຂົ້າໃນມະຕິກອງປະຊຸມຂອງສະພາດັ່ງກ່າວ, ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?



    ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ:ຈີນຍ້ອງຍໍສັນລະເສີນເປັນຢ່າງສູງຕໍ່ປະເທດອາຣັບທີ່ຂຽນການເຄົາລົບຫຼັກການປະເທດຈີນດຽວເຂົ້າໃນມະຕິກອງປະຊຸມຂອງສະພາປະມຸກລັດສັນນິບາດອາຣັບ. ສິ່ງນີ້ສະແດງໃຫ້ເຫັນວ່າ, ປະເທດອາຣັບເດັດດ່ຽວປົກປັກຮັກສາກົດບັດສະຫະປະຊາຊາດ ແລະ ກົດລະບຽບພື້ນຖານດ້ານການພົວພັນສາກົນ, ໄດ້ຢືນຢັນອີກເທື່ອໜຶ່ງວ່າ, ຫຼັກການປະເທດຈີນດຽວແມ່ນສິ່ງທີ່ຮັບຮອງໂດຍທົ່ວໄປໃນສາກົນ ແລະ ຄວາມປາດຖະໜາຮ່ວມຂອງຄົນທັງຫຼາຍ.


    ທ່ານວ່າງເວີນປິ່ນຊີ້ອອກວ່າ: ຈີນຍິນດີຮ່ວມກັບປະເທດອາຣັບສືບຕໍ່ເດັດດ່ຽວສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດແກນກາງລະຫວ່າງສອງຝ່າຍ ແລະ ຄວາມສົນໃຈອັນສຳຄັນ, ປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ການພົວພັນຈີນ-ອາຣັບກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.