ຖ້າຟິລິບປິນສວຍໃຊ້ເຈຕະນາດີຂອງຈີນຢ່າງຊະຊາຍ ຈີນຈະປົກປ້ອງສິດແລະຕໍ່ຕ້ານຕາມກົດໝາຍ

2024-05-21 10:18:33 CRI


    ຫວ່າງມໍ່ໆມານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຕ່າງປະເທດຈີນ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບເຮືອປະມົງ 5 ລຳຂົນສົ່ງປະຊາຊົນປະມານ 200 ຄົນຈາກຟິລິບປິນເດີນທາງໄປເຂດທະເລເກາະຮວງຢຽນ.


    ທ່ານວ່າງເວີນປິ່ນກ່າວວ່າ: ເກາະຮວງຢຽນແມ່ນຜືນແຜ່ນດິນຂອງຈີນມາແຕ່ບູຮານນະການ, ຈີນມີອະທິປະໄຕທີ່ໂຕ້ຖຽງບໍ່ໄດ້ຕໍ່ເກາະຮວງຢຽນ ແລະ ເຂດທະເລຢູ່ບໍລິເວນໃກ້ຄຽງ. ປີ 2016, ຈີນອະນຸຍາດໃຫ້ເຮືອປະມົງນ້ອຍຈຳນວນໜ້ອຍຫາປາຢ່າງເປັນປົກກະຕິຢູ່ເຂດທະເລໃກ້ກັບເກາະຮວງຢຽນເພື່ອສະແດງເຈຕະນາດີ ພ້ອມທັງຕິດຕາມຄຸ້ມຄອງການເຄື່ອນໄຫວທີ່ກ່ຽວຂ້ອງຂອງຊາວປະມົງຕາມກົດໝາຍ. ຖ້າຟິລິບປິນສວຍໃຊ້ເຈຕະນາດີຂອງຈີນຢ່າງຊະຊາຍ, ຈີນຈະປົກປ້ອງສິດແລະ ຕໍ່ຕ້ານຕາມກົດໝາຍ, ໜ້າທີ່ ແລະ ຜົນຮ້າຍທີ່ກ່ຽວຂ້ອງຕາມມາຟິລິບປິນຕ້ອງຮັບຜິດຊອບທັງໝົດ.