
ວັນທີ 20 ພຶດສະພານີ້, ຢູ່ເທດສະໂລນີກີ ຕົວເມືອງທ່າກຳປັ່ນທາງພາກເໜືອເກຣັກ,ທ່ານກີຣິອະໂກສ ມິດໂຊຕາກິສ ນາຍົກລັດຖະມົນຕີເກຣັກໄດ້ສະແດງຄວາມຊົມເຊີຍຕໍ່ລົດເມພະລັງໄຟຟ້າທີ່ຈີນຜະລິດງວດທຳອິດເລີ່ມບໍລິການຢູ່ເກຣັກ.
ມື້ດຽວກັນ, ລົດເມພະລັງໄຟຟ້າທີ່ຈີນຜະລິດ 17 ຄັນເລີ່ມບໍລິການຢູ່ເທດສະໂລນີກີຢ່າງເປັນທາງການ.

ທ່ານມິດໂຊຕາກິສກ່າວວ່າ:ຍ້ອນໄດ້ຮັບຜົນກະທົບຈາກວິກິດການໜີ້ສິນ, ເກຣັກບໍ່ສາມາດສະໜອງລົດເມທັນສະໄໝໃຫ້ແກ່ປະຊາຊົນມາຫຼາຍປີແລ້ວ, ລົດເມພະລັງໄຟຟ້າຂອງຈີນງວດນີ້ເລີ່ມບໍລິການເປັນຂີດໝາຍສະແດງໃຫ້ເຫັນວ່າ ເກຣັກໄດ້ຜ່ານຜ່າຄວາມຫຍຸ້ງຍາກແລ້ວ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວຢູ່ນະຄອນຫຼວງອາແຕນ, ຫົວໜ້າຜູ້ບໍລິຫານ ຫຼື CEO ຂອງບໍລິສັດຂົນສົ່ງທາງຫຼວງເກຣັກກ່າວວ່າ: ລົດເມພະລັງໄຟຟ້າທັນສະໄໝເຫຼົ່ານີ້ “ໄດ້ຢືນຢັນວ່າສູງກວ່າມາດຕະຖານທີ່ພວກເຮົາກຳນົດໄວ້ຢ່າງຫຼວງຫຼາຍ,ຈະຊ່ວຍປັບປຸງລະບົບສະພາບຄົມມະນາຄົມຢູ່ນະຄອນຫຼວງອາແຕນຢ່າງແທ້ຈິງ”.