ບໍ່ວ່າອາເມຣິກາ ແລະ ໄຕ້ຫວັນຈະສົມຮູ້ຮ່ວມຄິດກັນແນວໃດ, ຫຼັກການປະເທດຈີນດຽວກໍບໍ່ສາມາດປ່ຽນແປງໄປໄດ້

2024-05-22 15:21:55 cri

ເມື່ອບໍ່ດົນມານີ້, ທ່ານລ້າຍຊີ່ງເຕີ ທີ່ອ້າງຕົນເອງວ່າເປັນ“ຜູ້ປະຕິບັດວຽກງານແບ່ງແຍກໄຕ້ຫວັນອອກເປັນເອກະລາດຈາກຈີນຢ່າງຈິງຈັງ” ໄດ້ຂຶ້ນຮັບໜ້າທີ່ຕຳແໜ່ງເປັນຜູ້ນຳເຂດໄຕ້ຫວັນ. ໂອກາດດັ່ງກ່າວ, ທ່ານາຍຊີ່ງເຕີໄດ້ປະກາດອອກມາຢ່າງເປີດເຜີຍວ່າ ສອງຝັ່ງຊ່ອງແຄບໄຕ້ຫວັນ “ບໍ່ຢູ່ໃນສັງກັດອັນດຽວກັນ”, ປ່າວປະກາດ “ໄພຂົ່ມຂູ່ດ້ານການທະຫານ” ຈາກແຜ່ນດິນໃຫຍ່ຈີນ ໂດຍມີເຈດຕະນາບໍ່ດີທີ່ສຸດເພື່ອສືບຕໍ່ “ສະແຫວງຫາການແບ່ງແຍກໄຕ້ຫວັນອອກເປັນເອກະລາດໂດຍອາໄສຕ່າງປະເທດ” ແລະ “ສະແຫວງຫາການແບ່ງແຍກໄຕ້ຫວັນອອກເປັນເອກະລາດດ້ວຍກຳລັງການທະຫານ”. ໃນຂະນະດຽວກັນ, ທ່ານອັນໂທນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຂຶ້ນຮັບຕຳແໜ່ງຂອງທ່ານລ້າຍຊີ່ງເຕີ. ນອກນີ້, ອາເມຣິກາຍັງໄດ້ແຕ່ງຕັ້ງເຈົ້າໜ້າທີ່ຂອງພວກມັນໄປເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງຂອງທ່ານລ້າຍຊີ່ງເຕີອີກ. ນີ້ຄືເລື່ອງທີ່ຫາກໍ່ເກີດຂຶ້ນຫຼ້າສຸດທີ່ອາເມຣິກາ ແລະ ໄຕ້ຫວັນໄດ້ສົມຮູ້ຮ່ວມຄິດກັນຂຶ້ນມາເພື່ອທຳລາຍຫຼັກການປະເທດຈີນດຽວ.

ໄຕ້ຫວັນເປັນສ່ວນໜຶ່ງຂອງຈີນ. ບໍ່ວ່າຈະແມ່ນການເລືອກຕັ້ງໃດໆຂອງເຂດໄຕ້ຫວັນ ຫຼື ມີການປ່ຽນແປງຂອງເຈົ້າໜ້າທີ່ “ກຳອຳນາດ” ກໍລ້ວນແລ້ວແຕ່ເປັນວຽກງານພາຍໃນຂອງຈີນ. ສ່ວນຖ້ອຍຄຳ ແລະ ພຶດຕິກຳຕ່າງໆອັນຜິດພາດຂອງອາເມຣິກາ ມັນໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດຂອງຖະແຫຼງການຮ່ວມຈີນ-ອາເມຣິກາ 3 ສະບັບຢ່າງຮ້າຍແຮງ, ລະເມີດຄຳໝັ້ນສັນຍາທາງການເມືອງຂອງຕົນ, ສົ່ງສັນຍານອັນຜິດພາດສຸດຂີດໃຫ້ແກ່ອິດທິກຳລັງແບ່ງແຍກໄຕ້ຫວັນອອກເປັນເອກະລາດ. ເລື່ອງນີ້ສະແດງໃຫ້ໂລກໄດ້ເຫັນຢ່າງຊັດເຈນອີກຄັ້ງໜຶ່ງວ່າ: ການສົມຮູ້ຮ່ວມຄິດກັນລະຫວ່າງອາເມຣິກາກັບໄຕ້ຫວັນເພື່ອທ້າທາຍເກາະຜິດກັບຈີນ ແມ່ນເປັນໄພຂົ່ມຂູ່ອັນແທ້ຈິງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງສອງຝັ່ງຊ່ອງແຄບໄຕ້ຫວັນ.

ເມື່ອເບິ່ງຈາກສະພາບແວດລ້ອມສາກົນແລ້ວ, ໃນຮອບ 8 ປີທີ່ຜ່ານມາ, ມີ 10 ປະເທດໄດ້ຕັດອັນທີ່ເອີ້ນວ່າ “ສາຍພົວພັນທາງການທູດ” ກັບໄຕ້ຫວັນ. ເຖິງວ່າຈະມີການຊ່ວຍຊູຍູ້ໜູນຈາກອາເມຣິກາປານໃດກໍຕາມ, ພື້ນທີ່ການເຄື່ອນໄຫວທາງດ້ານການພົວພັນກັບຕ່າງປະເທດຂອງໄຕ້ຫວັນແມ່ນນັບມື້ນັບໜ້ອຍລົງ. ເລື່ອງນີ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ບໍ່ວ່າອາເມຣິກາ ແລະ ໄຕ້ຫວັນຈະສົມຮູ້ຮ່ວມຄິດກັນມາແນວໃດກໍຕາມ ກໍບໍ່ສາມາດທີ່ຈະປ່ຽນແປງຄວາມຈິງບົນພື້ນຖານທີ່ວ່າ: ຢູ່ໃນໂລກນີ້ມີແຕ່ປະເທດຈີນດຽວ ແລະ ໄຕ້ຫວັນກໍເປັນສ່ວນໜຶ່ງຂອງຈີນ. ຢູ່ໃນທົ່ວໂລກມີ 183 ປະເທດໄດ້ສ້າງສາຍພົວພັນທາງການທູດກັບຈີນ ເຊິ່ງສະແດງໃຫ້ເຫັນຢ່າງເຕັມທີ່ແລ້ວວ່າ: ຫຼັກການປະເທດຈີນດຽວແມ່ນບໍ່ສາມາດປ່ຽນແປງໄດ້.