ອັດຕາແລກປ່ຽນເປໂຊຂອງຟິລິບປິນກັບເງິນໂດລາສະຫະລັດຫຼຸດລົງ

2024-05-22 10:28:00 CRI

    ວັນທີ 21 ພຶດສະພານີ້, ອັດຕາແລກປ່ຽນເງິນໂດລາສະຫະລັດກັບເງິນເປໂຊຂອງຟິລິບປິນໄດ້ຫຼຸດລົງ 1 ໂດລາແລກໄດ້ຫຼາຍກວ່າ 58 ເປໄຊ. ອັດຕາແລກປ່ຽນເງິນໂດລາກັບເງິນເປໂຊຂອງຟິລິບປິນຫຼຸດລົງ 1 ໂດລາແລກໄດ້ຫຼາຍກວ່າ 58 ເປໂຊຄັ້ງຫຼ້າສຸດເກີດຂຶ້ນໃນວັນທີ 10 ພະຈິກປີ 2022.



    ໃນໄລຍະເພິ່ມອັດຕາດອກເບ້ຍທີ່ເລີ່ມມາແຕ່ ເດືອນມີນາປີ2022, ທະນາຄານກາງອາເມຣິກາ ຫຼື FED ໄດ້ເພີ່ມອັດຕາດອກເບ້ຍເປັນ 11 ເທື່ອລຽນຕິດ. ຍ້ອນໄດ້ຮັບຜົນກະທົບຈາກການແຂ່ງຄ່າຂອງເງິນໂດລາສະຫະລັດ,ເຮັດໃຫ້ຄຸນຄ່າຂອງເງິນຕາຫຼາຍປະເທດໃນອາຊີຫຼຸດລົງຢ່າງວ່ອງໄວໃນຫວ່າງມໍ່ໆມານີ້, ເງິນຕາຈຳນວນໜຶ່ງໄດ້ສ້າງສະຖິຕິຫຼຸດລົງລະດັບຕ່ຳສຸດທຽບໃສ່ຫຼາຍປີ ຈົນຮອດຫຼາຍສິບປີຜ່ານມາ.

 

     ຜູ້ຊ່ຽວຊານວິເຄາະວ່າ: ສາເຫດຕົ້ນຕໍທີ່ເງິນຕາໃນອາຊີໄດ້ຮັບແຮງກົດດັນໃນຫວ່າງມໍ່ໆມານີ້ແມ່ນຍ້ອນນະໂຍບາຍເງິນຕາຂອງອາເມຣິກາ.