ຮອງນາຍົກກຳປູເຈຍຈະຢ້ຽມຢາມຈີນ

2024-05-22 14:55:56 cri


   ທ່ານຊົກເຈນດາ ໂຊຟີ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືສາກົນກຳປູເຈຍຈະຢ້ຽມຢາມຈີນ ລະຫວ່າງວັນທີ 23-25 ພຶດສະພານີ້.

   ຕໍ່ກັບເລື່ອງນີ້ ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 21 ພຶດສະພານີ້ວ່າ: ຈີນແລະກຳປູເຈຍແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດອັນເປັນມູນເຊື້ອແລະເປັນເພື່ອນມິດກັນ, ສອງຝ່າຍໄດ້ຮ່ວມກັນຢຶນຢູ່ແຖວຫນ້າໃນດ້ານການສ້າງປະຊາຄົມຮ່ວມຊາຕາກຳມາໂດຍຕະຫຼອດ. ນັບແຕ່ປີກາຍນີ້ເປັນຕົ້ນມາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບສົມເດັດໂນໂລດົມ ສີຫາມູນີ ເຈົ້າຊີວິດກຳປູເຈຍ ແລະ ສົມເດັດຮຸນ ມາເນັດ ນາຍົກລັດຖະມົນຕີ, ພ້ອມທັງຮັກສາການແລກປ່ຽນດ້ານຍຸດທະສາດກັບສົມເດັດຮຸນແຊນ, ຮ່ວມກັນນຳພາຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍເຂົ້າສູ່ຍຸກໃໝ່ທີ່ມີຄຸນນະພາບສູງ, ລະດັບສູງ ແລະ ມາດຕະຖານສູງ.

   ຫຼັງຈາກທ່ານຊົກເຈນດາໂຊຟີເຂົ້າຮັບຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືສາກົນກຳປູເຈຍແລ້ວ, ທ່ານຄອງຄອຍຖືເອົາປະເທດຈີນເປັນປະເທດທຳອິດໃນການຢ້ຽມຢາມຕ່າງປະເທດຂອງທ່ານ, ພວກເຮົາສະແດງຄວາມຊົມເຊີຍຕໍ່ກັບເລື່ອງນີ້. ຜູ້ນຳຈີນຈະພົບປະກັບທ່ານ, ທ່ານວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະພົບປະເຈລະຈາກັບທ່ານ ໂດຍຈະແລກປ່ຽນຄວາມເຫັນກ່ຽວກັບຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງການນຳຂັ້ນສູງຂອງສອງປະເທດ, ລົງເລິກການຮ່ວມມືຍຸດທະສາດຮອບດ້ານຈີນ-ກຳປູເຈຍ ລວມທັງບັນຫາສາກົນແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນ. ຈີນຄອງຄອຍຜ່ານການຢ້ຽມຢາມເທື່ອນີ້, ຈະຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍລົງສູ່ລວງເລິກແລະຕິດແທດຕົວຈິງ, ສ້າງຄວາມສຸກທີ່ແທ້ຈິງໃຫ້ແກ່ປະຊາຊົນສອງຊາດ, ປະກອບສ່ວນດ້ານຕັ້ງໜ້າເຂົ້າໃນການພັດທະນາຢ່າງໝັ້ນທ່ຽງໂດຍສັນຕິຂອງພາກພື້ນ ກໍຄືຂອງໂລກ.