ຮອງນາຍົກຄົນທີໜຶ່ງຂອງມະເລເຊຍຈະຢ້ຽມຢາມຈີນ

2024-05-22 14:36:49 CRI


    ວັນທີ 21 ພຶດສະພານີ້, ທ່ານວ່າງເວີນປິ່ນ  ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານຕິ່ງເຊ່ວຊຽງກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ, ທ່ານ ຊາຮິດ ຮາມິດ ຮອງນາຍົກລັດຖະມົນຕີຄົນທີໜຶ່ງຂອງມະເລເຊຍ ທັງເປັນລັດຖະມົນຕີກະຊວງການພັດທະນາຊົນນະບົດ ແລະ ພາກພື້ນມະເລເຊຍຈະຢ້ຽມຢາມຈີນຢ່າງເປັນທາງການລະຫວ່າງວັນທີ 22 ພຶດສະພານີ້ ຫາ  1 ມິຖຸນາໜ້ານີ້.