ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳສຳຄັນຕໍ່ວຽກງານການທ່ອງທ່ຽວ

2024-05-22 10:37:08 cri

ກອງປະຊຸມພັດທະນາການທ່ອງທ່ຽວທົ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຫວ່າງມໍ່ໆມານີ້, ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄຳຊີ້ນຳສຳຄັນຕໍ່ວຽກງານການທ່ອງທ່ຽວ.

    ທ່ານສີຈິ້ນຜິງກ່າວວ່າ: ການພັດທະນາການທ່ອງທ່ຽວຕ້ອງຖືເອົາແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ຜັນຂະຫຍາຍແນວຄິດການພັດທະນາແບບໃໝ່ຢ່າງຄົບຖ້ວນ, ຖືກຕ້ອງແລະຮອບດ້ານ, ສຸມກຳລັງເຂົ້າໃນການບູລະນະລະບົບຂະແໜງການທ່ອງທ່ຽວຍຸກປັດຈຸບັນໃຫ້ສົມບູນຂຶ້ນ, ເລັ່ງສ້າງສາປະເທດເຂັ້ມແຂງດ້ານການທ່ອງທ່ຽວ, ເຮັດໃຫ້ຂະແໜງການທ່ອງທ່ຽວຮັບໃຊ້ຊີວິດການເປັນຢູ່ທີ່ດີງາມ, ຊຸກຍູ້ການພັດທະນາເສດຖະກິດ, ສ້າງທີ່ເພິ່ງດ້ານຈິດໃຈ, ສະແດງໃຫ້ເຫັນພາບພົດຈີນ, ເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນດ້ານອະລິຍະທຳໃຫ້ດີກວ່າເກົ່າ.

ທ່ານສີຈິ້ນຜິງຍັງເນັ້ນໜັກໃຫ້ຍຶດໝັ້ນພັດທະນາການທ່ອງທ່ຽວດ້ວຍວັດທະນະທຳ, ສ່ອງແສງວັດທະນະທຳດ້ວຍການທ່ອງທ່ຽວ, ກ້າວເດີນໄປຕາມເສັ້ນທາງການພັດທະນາການທ່ອງທ່ຽວຈີນທີ່ມີເອກະລັກພິເສດ, ປົກປັກຮັກສາມໍລະດົກວັດທະນະທຳແລະຊັບພະຍາກອນສິ່ງແວດລ້ອມນິເວດ, ຍົກສູງລະດັບການສະໜອງແລະຄຸນນະພາບການບໍລິການ, ລົງເລິກການແລກປ່ຽນແລະຮ່ວມມືດ້ານການທ່ອງທ່ຽວກັບຕ່າງປະເທດ, ເປີດສະພາບການໃໝ່ແຫ່ງການພັດທະນາການທ່ອງທ່ຽວຢ່າງບໍ່ຢຸດຢັ້ງ.