ຮ່ວມກັນສ້າງປະຊາຄົມຮ່ວມຊີວິດໜ່ວຍໂລກ

2024-05-22 16:02:41 cri



   ປີ2021, ໃນກອງປະຊຸມສຸດຍອດປະເທດພາຄີສັນຍາວ່າດ້ວຍຊີວະນານາພັນຄັ້ງທີ15, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງເພີ່ມທະວີການຮ່ວມມືກັນ,ຄິດຮ່ວມກັນ, ສຸມຄວາມພະຍາຍາມຮ່ວມກັນເພື່ອຮ່ວມກັນສ້າງປະຊາຄົມຮ່ວມຊີວິດໜ່ວຍໂລກ.

   “ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ”ເປັນໜຶ່ງໃນ5ຈຸດພິເສດໃຫຍ່ຂອງຄວາມທັນສະໄໝແບບຈີນ. ການເພີ່ມທະວີການອະນຸລັກຊີວະນານາພັນເປັນທາງເລືອກອັນຈຳເປັນໃນການປົກປັກຮັກສາຄວາມສົມດຸນດ້ານນິເວດຂອງໜ່ວຍໂລກ, ການປົກປ້ອງສິ່ງແວດລ້ອມດຳລົງຊີບຂອງມວນມະນຸດແລະສົ່ງເສີມການພັດທະນາແບບຍືນຍົງ ທັງເປັນພື້ນຖານແຫ່ງການບັນລຸໃຫ້ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.

    ນັບແຕ່ປີ2012ເປັນຕົ້ນມາ, ຈີນໄດ້ຈັດເອົາ “ການສ້າງຄວາມສີວິໄລດ້ານນິເວດ”ເຂົ້າໃນແຜນຍຸດທະສາດລວມ “ການພັດທະນາ ພາລະກິດ 5 ດ້ານຢ່າງເປັນເອກະພາບກັນ” ໂດຍໄດ້ຊຸກຍູ້ວຽກງານການສ້າງແລະປັບປຸງກົດໝາຍຕ່າງໆເຊິ່ງລວມທັງກົດໝາຍວ່າດ້ວຍການອະນຸລັກສິ່ງແວດລ້ອມນິເວດ,ການອະນຸລັກສັດປ່າແລະພືດປ່າເປັນຕົ້ນຢ່າງຕໍ່ເນື່ອງ, ລົງເລິກປະຕິບັດ3ແຜນງານໃຫຍ່ຄືປ້ອງກັນແລະປັບປຸງມົນລະພິດທາງອາກາດ, ນ້ຳແລະດິນ, ປຸກລະດົມຂົນຂວາຍທົ່ວປວງຊົນແຂ່ງຂັນກັນເປັນທູດສີຂຽວແລະຜູ້ນຳໜ້າອະນຸລັກສິ່ງແວດລ້ອມນິເວດ… ມາດຕະການສັງລວມຕ່າງໆເຫຼົ່ານີ້ໄດ້ສະໜອງການຮັບປະກັນຢ່າງເປັນລະບົບທີ່ດີໃຫ້ແກ່ການອະນຸລັກຊີວະນານາພັນ.

    ທຸກມື້ນີ້, ຢູ່ທົ່ວປະເທດຈີນຈະເຫັນໄດ້ພູຂຽວນ້ຳໃສຢູ່ທົ່ວທຸກແຫ່ງ, ທ້ອງຟ້າປອດໂປ່ງຄ່ອຍໆກາຍເປັນປົກກະຕິ, ຄຸນນະພາບສິ່ງແວດລ້ອມນິເວດໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ຊີວະນານາພັນນັບມື້ນັບອຸດົມສົມບູນຂຶ້ນ.



    ລະຫວ່າງປີ2020-2021,ເລື່ອງລາວກ່ຽວກັບຊ້າງປ່າອາຊີຢູນນານ ຕະກຸນງວງສັ້ນຂອງຈີນໄດ້ເຄື່ອນຍ້າຍຂຶ້ນເໜືອແລ້ວກັບຄືນສູ່ແຂວງຢູນນານໄດ້ເຜີຍແຜ່ໄປທົ່ວໂລກ, ສະພາບອັນປະທັບໃຈທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວໄດ້ພາໃຫ້ເພື່ອນມິດອິນເຕີເນັດປະເທດຕ່າງໆຢູ່ໃນໂລກພາກັນກົດໄລແລະຕິດຕາມນຳ, ເຮັດໃຫ້ຊາວໂລກໄດ້ເຫັນເຖິງຜົນງານຂອງຈີນໃນການອະນຸລັກສັດປ່າ.

     ໃນດ້ານການເພີ່ມທະວີການອະນຸລັກຊີວະນານາພັນ, ຈີນໄດ້ສຸມຄວາມພະຍາຍາມຫຼາຍກວ່ານັ້ນ. ເຊັ່ນ:  ພາຍໃຕ້ການປະຕິບັດມາດຕະການສຳຄັນຕ່າງໆເພື່ອອະນຸລັກຊີວະນານາພັນຢ່າງຕໍ່ເນື່ອງ, ປັດຈຸບັນ, ເນື້ອທີ່ການອະນຸລັກພູຜາແມ່ນ້ຳ, ປ່າໄມ້, ທົ່ງນາ,ໜອງບຶງ, ທົ່ງຫຍ້າ ແລະທະເລຊາຍໃຫ້ເປັນອັນໜຶ່ງອັນດຽວກັນແລະປັບປຸງຟື້ນຟູຄືນໄດ້ບັນລຸເຖິງ6.660.000 ເຮັກຕາ, ປະເພດລະບົບນິເວດທາງບົກກວມ90% ກຸ່ມພັນສັດປ່າແລະພືດປ່າສະຫງວນຈຸດສຸມລະດັບຊາດ ກວມ74%ໄດ້ຮັບການອະນຸລັກຮັກສາຢ່າງມີປະສິດທິຜົນ.

ຕົ້ນປີ2024, ກະຊວງສິ່ງແວດລ້ອມແລະນິເວດວິທະຍາຂອງຈີນໄດ້ເຜີຍແຜ່ຍຸດທະສາດກັບແຜນງານວ່າດ້ວຍການອະນຸລັກຊີວະນານາພັນຂອງຈີນປີ2023-2030ເພື່ອເພີ່ມຄວາມເຂັ້ມແຂງໃນດ້ານການອະນຸລັກຊີວະນານາພັນໃຫ້ຂະຫຍາຍລົງສູ່ລວງເລິກແລະລວງກວ້າງຕື່ມອີກ.

ໜ່ວຍໂລກເປັນບ້ານເມືອງຮ່ວມຂອງມວນມະນຸດ ທັງເປັນບ້ານເມືອງພຽງໜຶ່ງດຽວຂອງມວນມະນຸດຈົນມາເຖິງປັດຈຸບັນ.

ເດືອນກັນຍາປີ2020, ທ່ານສີຈິ້ນຜິງກ່າວໃນກອງປະຊຸມສຸດຍອດຊີວະນານາພັນຂອງອົງການສະຫະປະຊາຊາດວ່າ: ເມື່ອປະເຊີນໜ້າກັບຄວາມສ່ຽງແລະສິ່ງທ້າທາຍທົ່ວໂລກ, ປະເທດຕ່າງໆເປັນປະຊາຄົມຮ່ວມຊາຕາກຳທີ່ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກນຳກັນ.

   ຈາກການປະກາດສ້າງຕັ້ງກອງທຶນອະນຸລັກຊີວະນານາພັນຄຸນມິງ, ສະໜັບສະໜູນວຽກງານອະນຸລັກຊີວະນານາພັນຂອງປະເທດພວມພັດທະນາ, ຈົນຮອດການເປັນຜູ້ນຳພາລິເລີ່ມການປະຕິບັດຂອບອະນຸລັກຊີວະນານາພັນໂລກຄຸນມິງ-ມອນເຕຣໂອ ຕະຫຼອດຮອດການຊຸກຍູ້ການເຜີຍແຜ່ຖະແຫຼງການຮ່ວມວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດກັບຫຼາຍປະເທດ, ປະສານງານກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະພາວະສູນເສຍຂອງຊີວະນານາພັນແລະສິ່ງທ້າທາຍອື່ນໆຂອງໂລກ. ຈີນໄດ້ຕັ້ງໜ້າຊຸກຍູ້ການຮ່ວມກັນສ້າງປະຊາຄົມຮ່ວມຊີວິດໜ່ວຍໂລກແລະປົກປັກຮັກສາໜ່ວຍໂລກທີ່ເປັນບ້ານເມືອງຮ່ວມຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ.