ຈີນສະໜັບສະໜູນປະເທດອາຣັບເພີ່ມທະວີຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນບັນຫາປາແລັດສະຕິນ

2024-05-22 14:43:23 CRI

    ວັນທີ 21 ພຶດສະພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ກ່ອນໜ້ານີ້ບໍ່ດົນ, ກອງປະຊຸມສະພາປະມຸກລັດສັນນິບາດອາຣັບຄັ້ງທີ 33 ໄດ້ຈັດຂຶ້ນຢູ່ປະເທດບາເຣນ, ກອງປະຊຸມດັ່ງກ່າວໄດ້ສຸມໃສ່ບັນຫາປາແລັດສະຕິນ ກັບ ອິດສະຣາແອນ, ຮັບຮອງເອົາຖະແຫຼງການບາເຣນ ແລະ ຖະແຫຼງການທີ່ກ່ຽວຂ້ອງ, ໂດຍເນັ້ນໜັກວ່າປະເທດອາຣັບມີຫຼັກການທີ່ເປັນເອກະພາບກັນຕໍ່ກັບບັນຫາປາແລັດສະຕິນ ແລະ ຍ້ອງຍໍຊົມເຊີຍຈີນທີ່ສະໜັບສະໜູນປະເທດອາຣັບ, ໂດຍສະເພາະແມ່ນຫຼັກການຂອງຈີນທີ່ມີຕໍ່ບັນຫາປາແລັດສະຕິນ, ຈີນມີຄໍາເຫັນຄືແນວໃດຕໍ່ກັບເລື່ອງນີ້?



    ທ່ານວ່າງເວີນປິ່ນຊີ້ໃຫ້ເຫັນວ່າ: ຈີນຍ້ອງຍໍຊົມເຊີຍກອງປະຊຸມດັ່ງກ່າວທີ່ຮຽກຮ້ອງໃຫ້ຈັດຕັ້ງປະຕິບັດ“ແຜນການສອງປະເທດ”, ຈັດກອງປະຊຸມສັນຕິພາບສາກົນ, ສະໜັບສະໜູນຝ່າຍຕ່າງໆຂອງປາແລັດສະຕິນແກ້ໄຂຄວາມຂັດແຍ້ງໂດຍສັນຕິ, ຮຽກຮ້ອງໃຫ້ປະຊາຄົມໂລກ ແລະ ປະເທດໃຫຍ່ທີ່ມີອິດທິພົນປະຖິ້ມການຄອບງຳດ້ານການເມືອງ ແລະ ສອງມາດຕະຖານໃນເວລາແກ້ໄຂວິກິດການສາກົນ.

 

    ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ຈີນສະໜັບສະໜູນປະເທດອາຣັບເພີ່ມທະວີຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນບັນຫາປາແລັດສະຕິນ, ຈີນຍິນດີຮ່ວມກັບປະເທດອາຣັບ ເພີ່ມທະວີການປະສານງານ ແລະ ການຮ່ວມມື, ປະກອບສ່ວນເຂົ້າໃນການຜ່ອນຄາຍສະຖານະການເຄັ່ງຕຶງລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນໃນປັດຈຸບັນ, ຊຸກຍູ້ໃຫ້ບັນຫາປາແລັດສະຕິນກັບຄືນສູ່ທິດທາງທີ່ຖືກຕ້ອງຄື:  “ແຜນການສອງປະເທດ”.