ການແລກປ່ຽນດ້ານວັດທະນະທຳຊຸກຍູ້ການຮຽນຮູ້ເຊິ່ງກັນແລະກັນດ້ານອະລິຍະທຳລະຫວ່າງສອງປະເທດຈີນແລະລາວ

2024-05-22 15:47:31 cri

ໃນຊຸມປີຜ່ານມາ, ສອງປະເທດຈີນ ແລະ ລາວໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຢ່າງເລິກເຊິ່ງ, ໄດ້ຊຸກຍູ້ມິດຕະພາບລະຫວ່າງສອງປະເທດຂຶ້ນສູ່ລະດັບໃໝ່ເລື້ອຍໆ, ໂດຍຜ່ານຈາກການແລກປ່ຽນດ້ານວັດທະນະທຳທີ່ນັບມື້ນັບແໜ້ນແຟ້ນ ໄດ້ຊຸກຍູ້ການຮຽນຮູ້ເຊິ່ງກັນແລະກັນດ້ານອະລິຍະທຳ ແລະ ເພີ່ມຄວາມເຂົ້າໃຈກັນລະຫວ່າງສອງປະເທດຫຼາຍກວ່າເກົ່າ.


ໃນຊຸມປີຜ່ານມາ, ການຮ່ວມມືໃນຂົງເຂດການແປພາສາ ແລະ ພິມຈຳໜ່າຍລະຫວ່າງສອງປະເທດຈີນ-ລາວແມ່ນນັບມື້ນັບຫຼາຍຂຶ້ນ ເຊິ່ງເຮັດໃຫ້ການແລກປ່ຽນດ້ານວັດທະນະທຳຈີນ-ລາວໄດ້ຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ. ຕາມຂ່າວແຈ້ງວ່າ: ປີ 2012, ກຸ່ມບໍລິສັດຊິນຈື່ຢຸນນານໄດ້ເປີດຮ້ານຂາຍປຶ້ມພາສາຈີນຢູ່ນະຄອນຫຼວງວຽງຈັນ, ເປັນຮ້ານຂ້າຍປຶ້ມພາສາຈີນທີ່ໃຫຍ່ທີ່ສຸດຢູ່ປະເທດລາວ, ໄດ້ຂາຍປຶ້ມຈີນ 3 ໝື່ນກວ່າປະເພດ ເຊິ່ງລວມທັງປຶ້ມສິລະປະ, ວິທະຍາສາດສັງຄົມ, ເດັກ, ຊີວິດປະຈຳວັນ, ວິທະຍາສາດເຕັກໂນໂລຊີ, ພາສາຕ່າງປະເທດ ແລະອື່ນໆ ໄດ້ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນລາວໃນການຊື້ ແລະ ອ່ານປຶ້ມຈີນ. ນັບແຕ່ປີ 2017 ເປັນຕົ້ນມາ, ຈີນໄດ້ຈັດ “ງານວາງສະແດງປຶ້ມຈີນໃນອາຊີຕາເວັນອອກສຽງໃຕ້” ຢູ່ຫຼາຍປະເທດ ເຊັ່ນ: ລາວ, ໄທ ແລະ ກຳປູເຈຍເປັນຕົ້ນ, ປຶ້ມດີເດັ່ນຂອງຈີນໄດ້ຮັບຄວາມນິຍົມຊົມຊອບ ແລະ ການຕີລາຄາສູງຈາກຜູ້ອ່ານລາວ. ເດືອນເມສາປີ 2021, ຈີນ ແລະ ລາວໄດ້ລົງນາມໃນ “ບົດບັນທຶກຄວາມເຂົ້າໃຈລະຫວ່າງອົງການຖະແຫຼງຂ່າວ ແລະ ພິມຈຳໜ່າຍແຫ່ງ ສປ ຈີນ ກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ກ່ຽວກັບການແປ ແລະ ພິມຈຳໜ່າຍປຶ້ມອະມະຕະຈີນແລະລາວ”. ອີງຕາມບົດບັນທຶກຄວາມເຂົ້າໃຈສະບັບນີ້, ພາຍໃນໄລຍະເວລາ 5 ປີຂ້າງໜ້ານີ້, ສອງຝ່າຍຈີນ ແລະ ລາວຈະຮ່ວມກັນແປ ແລະ ພິມຈຳໜ່າຍປຶ້ມອະມະຕະຂອງສອງປະເທດ 50 ຫົວ ເພື່ອເຜີຍແຜ່ຜະລິດຕະພັນວັດທະນະທຳທາງດ້ານຈິດໃຈທີ່ດີເດັ່ນໃຫ້ຜູ້ອ່ານກໍຄືປະຊາຊົນຂອງສອງປະເທດໃຫ້ໄດ້ຫຼາຍກວ່າເກົ່າ. ໃນນັ້ນ, ປຶ້ມອະມະຕະ 3 ຫົວຂອງລາວ ຄື: “ຊີວິດ ແລະ ພາລະກິດຂອງປະທານໄກສອນ ພົມວິຫານ”, “ສອງເອື້ອຍນ້ອງ” ແລະ “ຂຸນບໍຣົມຣາຊາທິຣາຊ” ໄດ້ສຳເລັດການແປ ແລະ ພິມຈຳໜ່າຍແລ້ວ ເຊິ່ງເຮັດໃຫ້ຜູ້ອ່ານຈີນໄດ້ເຂົ້າໃຈປະຫວັດສາດ ແລະ ວັນນະຄະດີຂອງລາວໄດ້ດີຂຶ້ນກວ່າເກົ່າ ແລະ ເລິກເຊິ່ງກວ່າເກົ່າ ພ້ອມທັງໄດ້ຊຸກຍູ້ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດຕື່ມອີກ.

ການເພີ່ມທະວີການແລກປ່ຽນລະຫວ່າງຊາວໜຸ່ມ ໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມມືຈີນ-ລາວ. ໃນຊຸມປີຜ່ານມາ, ມີນັກສຶກສາລາວເປັນຈຳນວນຫຼວງຫຼາຍໄດ້ມາຮຽນຢູ່ຈີນ ແລະ ຈຳນວນນັກສຶກສາເຫຼົ່ານີ້ຍັງໄດ້ເພີ່ມຂຶ້ນເລື້ອຍໆ. ພາສາຈີນໄດ້ຮັບຄວາມນິຍົມຊົມຊອບມາໂດຍຕະຫຼອດໃນສັງຄົມລາວ. ອີງຕາມການລາຍງານຂ່າວຂອງສື່ມວນຊົນລາວ, ຊາວໜຸ່ມລາວມັກພາກັນເລືອກຮຽນຫຼັກສູດພາສາຈີນນັບມື້ນັບຫຼາຍຂຶ້ນ, ວິຊາພາສາຈີນໄດ້ກາຍເປັນວິຊາທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດໃນມະຫາວິທະຍາໄລແຫ່ງຊາດລາວ. ການແຂ່ງຂັນທີ່ພາດຫົວຂໍ້ວ່າ ຂົວພາສາຈີນໄດ້ຈັດຂຶ້ນທຸກປີ, ການສຶກສາພາສາຈີນຍັງໄດ້ຖືກຈັດເຂົ້າໃນຫຼັກສູດຂອງໂຮງຮຽນປະຖົມແລະມັດທະຍົມຢູ່ຫຼາຍແຫ່ງຂອງລາວ, ການແລກປ່ຽນລະຫວ່າງຊາວໜຸ່ມສອງປະເທດນັບມື້ນັບຫຼາຍຂຶ້ນ, ຊາວໜຸ່ມທີ່ເຄີຍຮຽນຮູ້ພາສາ ແລະ ວັດທະນະທຳຂອງກັນແລະກັນ ໄດ້ເຮັດໃຫ້ການແລກປ່ຽນດ້ານວັດທະນະທຳຂອງຈີນແລະລາວມີຊີວິດຊີວານັບມື້ນັບຫຼາຍຂຶ້ນ.

ການແລກປ່ຽນດ້ານວັດທະນະທຳຈີນ-ລາວກໍໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໂດຍທົ່ວໄປ. “ກິດຈະກຳສາຍຮູບເງົາສັນຈອນດີເດັ່ນຈີນ-ລາວ” ໄດ້ເລີ່ມຂຶ້ນໃນປີ 2017 ແລະ ຈັດຂຶ້ນປີລະເທື່ອ. ກິດຈະກຳດັ່ງກ່າວໄດ້ຮັບການຊີ້ນຳຈາກສະຖານທູດຈີນປະຈຳລາວ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວ ໂດຍແມ່ນວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວເປັນເຈົ້າພາບຈັດຂຶ້ນ. ນັບແຕ່ປີ 2017 ເປັນຕົ້ນມາ, ໄດ້ສາຍຮູບເງົາຢູ່ຕາມທ້ອງຖິ່ນຕ່າງໆຂອງລາວ 100 ກວ່າເທື່ອ, ຜູ້ຊົມມີຫຼາຍກວ່າ 1 ແສນເທື່ອຄົນ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທ້ອງຖິ່ນຕ່າງໆຂອງລາວເປັນຢ່າງດີ. ມີປະຊາຊົນລາວທີ່ອາໄສຢູ່ເຂດຫ່າງໄກສອກຫຼີກບໍ່ໜ້ອຍໄດ້ເບິ່ງຮູບເງົາເປັນຄັ້ງທຳອິດ ໂດຍຜ່ານກິດຈະກຳດັ່ງກ່າວນີ້. ພວກເຂົາເຈົ້າຮູ້ຈັກປະເທດຈີນ, ເຂົ້າໃຈຈີນ ແລະ ມີຄວາມໃກ້ຊິດກັບຈີນໂດຍຜ່ານກິດຈະກຳດັ່ງກ່າວ. ຫົວໜ້າກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວເຄີຍຕີລາຄາວ່າ: “ກິດຈະກຳສາຍຮູບເງົາສັນຈອນດີເດັ່ນຈີນ-ລາວ” ໄດ້ກາຍເປັນກິດຈະກຳດີເດັ່ນທີ່ໄດ້ເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາຊົນສອງຊາດຈີນ-ລາວ.

ສ່ວນການເປີດນຳໃຊ້ທາງລົດໄຟຈີນ-ລາວຍິ່ງໄດ້ຊຸກຍູ້ການແລກປ່ຽນດ້ານວັດທະນະທຳຈີນ-ລາວໃຫ້ຫຼາຍຂຶ້ນຕື່ມອີກ ເຊິ່ງໄດ້ເຊື່ອມຕໍ່ນະຄອນຄຸນໝິງ, ນະຄອນຢຸ້ຍຊີ, ນະຄອນຜູເອີ, ກິ່ງແຂວງສິບສອງພັ່ນນາຂອງຈີນ ແລະ ດ່ານບໍ່ເຕ່ນ, ນະຄອນຫຼວງພະບາງ, ເມືອງວັງວຽງ ແລະ ນະຄອນຫຼວງວຽງຈັນຂອງລາວໄດ້ດີກວ່າເກົ່າ, ໄດ້ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ ກັບ ລາວ ແລະ ບັນດາປະເທດອາຊຽນທີ່ຢູ່ໃກ້ຄຽງ.


ອະລິຍະທຳຈະກ້າວເດີນໄປໜ້າໃນການຮຽນຮູ້ເຊິ່ງກັນແລະກັນ. ໃນອະນາຄົດ, ສອງປະເທດຈີນ ແລະ ລາວຈະສືບຕໍ່ເພີ່ມທະວີການແລກປ່ຽນດ້ານວັດທະນະທຳຕື່ມອີກ ແລະ ເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາຊົນຢ່າງແນ່ນອນ.