ຜູ້ອາລັກຂາທະນີຢູ່ສວນອຸທິຍານແຫ່ງຊາດປ່າໄມ້ເຂດຮ້ອນໄຫຫຼຳ​ຈີນ

2024-05-22 14:53:46 cri

ເມື່ອພັນປີກ່ອນ, ທ່ານສູ່ຕົ່ງໂພ່ ນັກວັນນະຄະດີໃນຍຸກຂອງລາຊະວົງຊົ້ງເໜືອຂອງຈີນເຄີຍຂຽນບົດກະວີກ່ຽວກັບໂຕທະນີເພື່ອພັນລະນາເຖິງຄວາມມີຊີວິດຊີວາຂອງເຂດພູດອຍຢູ່ເກາະໄຫຫຼຳຂອງຈີນ.

ຢູ່ໃນເຂດພູດອຍປ້າຫວາງຫຼີງ ສວນອຸທິຍານແຫ່ງຊາດປ່າໄມ້ເຂດຮ້ອນໄຫຫຼຳທີ່ຕັ້ງຢູ່ເມືອງປົກຄອງຕົນເອງເຜົ່າລີຊ່າງຈ່ຽງແຂວງໄຫຫຼຳຂອງຈີນ, ມີສາຍພູສູງຊັນສະຫຼັບສັບຊ້ອນ ແລະ ເຕັມໄປດ້ວຍພືດຂຽວອຸ່ມທຸ່ມ, ກຸ່ມໝອກຄວັນທີ່ປົກຄຸມຢູ່ທ່າມກາງສາຍພູໄດ້ເຮັດໃຫ້ເກີດມີບັນຍາກາດຄືຢູ່ໃນຄວາມຝັນອັນດີງາມ ເຊິ່ງເປັນບ່ອນທີ່ໃຈຂອງຄົນເຮົາມັກສະແຫວງຫາ. ນີ້ຄືບ່ອນຢູ່ອາໄສຂອງທະນີແຂນຍາວໄຫຫຼຳ ແລະ ກໍເປັນບ່ອນທີ່ທ່ານໂຈ່ວຈ້າວລີ  ຮອງຫົວໜ້າໜ່ວຍງານຕິດຕາມສັງເກດທະນີແຂນຍາວອົງການຄຸ້ມຄອງສວນອຸທິຍານແຫ່ງຊາດປ່າໄມ້ເຂດຮ້ອນໄຫຫຼຳສາຂາປ້າຫວາງຫຼີງ ແລະ ເພື່ອນຮ່ວມງານຂອງທ່ານໄດ້ປົກປັກຮັກສາມາເປັນເວລາເກືອບ 20 ປີ.

ຕາມຂ່າວແຈ້ງວ່າ, ປັດຈຸບັນ, ທະນີແຂນຍາວໄຫຫຼຳອາໄສຢູ່ແຕ່ເຂດປ້າຫວາງຫຼີງສວນອຸທິຍານແຫ່ງຊາດປ່າໄມ້ເຂດຮ້ອນໄຫຫຼຳບ່ອນດຽວເທົ່ານັ້ນ, ເປັນອັນດັບໜຶ່ງໃນພວກສັດໝວດລີງທີ່ຢູ່ໃນສະຖານະໃກ້ສູນພັນທີ່ສຸດໃນໂລກ. ທະນີແຂນຍາວເປັນ “ພົນລະເມືອງ” ດັ້ງເດີມອັນແທ້ຈິງຂອງເກາະໄຫຫຼຳ ແລະ ເປັນປະເພດສັດທີ່ຊີ້ວັດຄວາມສົມບູນ ແລະ ຄວາມດັ້ງເດີມຂອງລະບົບນິເວດປ່າໄມ້ເຂດຮ້ອນໄຫຫຼຳ. ໃນໄລຍະເບື້ອງຕົ້ນຂອງການສ້າງຕັ້ງເຂດປ່າສະຫງວນ, ທ່ານໂຈ່ວຈ້າວລີໄດ້ສະໝັກເຂົ້າຮ່ວມໜ່ວຍງານຕິດຕາມສັງເກດທະນີແຂນຍາວ. ທ່ານໂຈ່ວຈ້າວລີໄດ້ເກີດມີຄວາມຢາກຮູ້ກ່ຽວກັບທຸກສິ່ງທຸກຢ່າງຢູ່ໃນເຂດປ່າສະຫງວນ ໂດຍສະເພາະແມ່ນທະນີແຂນຍາວທີ່ເຕັມໄປດ້ວຍຄວາມເລິກລັບ. ໃນການໄປເຮັດວຽກໃນໄລຍະຕໍ່ມາ, ການທີ່ໄດ້ພົບເຫັນທະນີແຂນຍາວແມ່ນເປັນເລື່ອງທີ່ເຮັດໃຫ້ທ່ານໂຈ່ວຈ້າວລີດີໃຈທີ່ສຸດ. “ທຸກເທື່ອທີ່ຂຶ້ນໄປປະຕິບັດວຽກງານຢູ່ເທິງພູ, ຖ້າວ່າຂ້ອຍບໍ່ໄດ້ເຫັນທະນີແຂນຍາວ, ຂ້ອຍກໍຈະກັບຫ້ອງການເພື່ອກວດເບິ່ງວີດີໂອຈາກກ້ອງວົງຈອນປິດ, ຖ້າບໍ່ດັ່ງນັ້ນ, ມັນຈະເຮັດໃຫ້ຂ້ອຍຮູ້ສຶກຂາດເລື່ອງໃດໜຶ່ງຂຶ້ນມາທັນທີ.” ວຽກປະຈຳການຢູ່ເຂດພູດອຍປ້າຫວາງຫຼີງ ເພື່ອງານອາລັກຂາທະນີແຂນຍາວ, ໃນຊ່ວງທີ່ທ່ານໂຈ່ວຈ້າວລີເປັນໜຸ່ມ, ທ່ານໄດ້ໃຊ້ຊີວິດໃນການເຮັດວຽກຢູ່ໃນປ່າໄມ້ທີ່ຕຶບໜ້າ ແລະ ຂຽວງາມຕາຢູ່ໃນສະຖານທີ່ແຫ່ງນັ້ນ.

ໃນຫຼາຍສິບປີມານີ້, ສະມາຊິກຕິດຕາມສັງເກດທະນີແຂນຍາວໄດ້ອະນຸລັກສິ່ງແວດລ້ອມການດຳລົງຊີວິດຂອງທະນີແຂນຍາວໄຫຫຼຳຈົນສຸດຄວາມສາມາດຂອງພວກເຂົາ, ພ້ອມທັງໃຊ້ເຊືອກມາສ້າງເປັນແລວທາງ ເພື່ອເປີດກວ້າງຂອບເຂດການເຄື່ອນໄຫວຂອງທະນີແຂນຍາວ.

ຄວາມພະຍາຍາມຂອງໜ່ວຍງານດັ່ງກ່າວໄດ້ຮັບຜົນສຳເລັດໃນທີ່ສຸດ. ໃນຫຼາຍສິບປີຜ່ານມາ, ໂດຍຜ່ານຄວາມພະຍາຍາມຂອງໜ່ວຍງານທ່ານໂຈ່ວຈ້າວລີ ແລະ ວົງການຕ່າງໆໃນສັງຄົມ, ຈຳນວນກຸ່ມທະນີແຂນຍາວໄຫຫຼຳໄດ້ຮັບການຟື້ນຟູ, ຂອບເຂດການອະນຸລັກໄດ້ຮັບການຂະຫຍາຍວົງກວ້າງອອກ, ຈຳນວນທະນີແຂນຍາວໄຫຫຼຳໄດ້ເພີ່ມຂຶ້ນຈາກ 7 ຫາ 9 ໂຕໃນຊຸມປີ 70 ສັດຕະວັດທີ່ແລ້ວ ມາເປັນ 30 ໂຕໃນປັດຈຸບັນ. ຕໍ່ກັບການອະນຸລັກທະນີແຂນຍາວໄຫຫຼຳ, ທ່ານໂຈ່ວຈ້າວລີກ່າວວ່າ: ຫວັງວ່າໃນອະນາຄົດຈະມີໜ່ວຍງານຄົ້ນຄວ້າດ້ານວິທະຍາສາດຫຼາຍກວ່າເກົ່າເຂົ້າມາຮ່ວມເຮັດວຽກງານຄົ້ນຄວ້າ ເພື່ອເຮັດໃຫ້ທະນີແຂນຍາວສາມາດແພ່ພັນໃຫ້ດີຂຶ້ນ.