ການຮ່ວມມືຈີນ-ລາວຊຸກຊູ້ການພັດທະນາອຸດສາຫະກຳຊາຂອງລາວ

2024-05-22 15:57:31 cri

ວັນທີ 21 ພຶດສະພາຂອງທຸກປີແມ່ນ “ວັນຊາສາກົນ”. ຊາທີ່ມີຕົ້ນກຳເນີດມາຈາກຈີນ ແມ່ນໄດ້ຮັບຄວາມນິຍົມໄປທົ່ວໂລກ. ໜຶ່ງພັນກວ່າປີມານີ້, ຊາໄດ້ແຜ່ຂະຫຍາຍຈາກຈີນໄປທຸກແຫ່ງຫົນຂອງທົ່ວໂລກ ແລະ ເຊື່ອມໂຍງເຂົ້າໃນຊີວິດປະຈຳວັນຂອງປະຊາຊົນຢູ່ປະເທດຕ່າງໆ. ໃນຊຸມປີຜ່ານມາ, ໂດຍໄດ້ຮັບຜົນປະໂຫຍດຈາກງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານວາງສະແດງສິນຄ້າຈີນ-ອາຊຽນ, ການເປີດນຳໃຊ້ທາງລົດໄຟຈີນ-ລາວ ແລະ ຈີນໄດ້ຊຸກຍູ້ການເປີດປະຕູສູ່ພາຍນອກດ້ວຍຄຸນນະພາບສູງຢ່າງຕໍ່ເນື່ອງ, ສິນຄ້າທີ່ມີເອກະລັກພິເສດຂອງລາວ ເຊັ່ນ: ຊາຕົ້ນໄມ້ບູຮານເປັນຕົ້ນໄດ້ເຂົ້າສູ່ຕະຫຼາດຈີນ, ການຮ່ວມມືບົນຈິດໃຈມິດຕະພາບລະຫວ່າງຈີນ-ລາວໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດເປັນຢ່າງດີ.

ພາກເໜືອຂອງປະເທດລາວແມ່ນຢູ່ໃກ້ກັບເຂດຜະລິດຊາຢີ້ອູແຂວງຢຸນນານຈີນ. ຕາມການເລົ່າລືກັນມາວ່າ: ໃນສະໄໝບູຮານ, ມີນັກທຸລະກິດຂົນສົ່ງໃບຊາຕາມເສັ້ນທາງສຳລັບມ້າຕ່າງຂົນສົ່ງໃບຊາ, ການຕົກເຮ່ຍ ກໍຄືການໄດ້ຫວ່ານແນວພັນຕົ້ນຊາໃບໃຫຍ່ຢັ່ງຢາຍຕາມທາງ. ຍ້ອນວ່າພື້ນທີ່ແຫ່ງນີ້ເປັນເຂດປ່າຕຶບດົງໜາ ແລະ ມັກມີຝົນຕົກເລື້ອຍໆ, ແນວພັນເຫຼົ່ານີ້ກໍໄດ້ເກີດເປັນຕົ້ນຊາມາຫຼາຍຮ້ອຍປີຈົນໄປເຖິງພັນປີ. ແຕ່ຍ້ອນວ່າຂາດເຕັກນິກປຸງແຕ່ງຊາທີ່ທັນສະໄໝ ແລະ ຂາດຊ່ອງທາງການຈຳໜ່າຍ, ຈິ່ງເຮັດໃຫ້ອຸດສາຫະກຳຊາຢູ່ເຂດນີ້ມີການພັດທະນາຊ້າຫຼາຍ. ແຕ່ກ່ອນ, ປະຊາຊົນທ້ອງຖິ່ນນັ້ນບໍ່ຮູ້ເຖິງຄຸນຄ່າທີ່ເປັນດ້ານເສດຖະກິດໃນການປູກຕົ້ນຊາ, ຈົນເກືອບເຮັດໃຫ້ຕົ້ນຊາບູຮານທັງຫຼາຍເຫຼົ່ານີ້ປະສົບກັບຄວາມສ່ຽງຈາກການຖືກຕັດຟັນໄປໝົດ.


ຄຽງຄູ່ກັບການຮ່ວມມືຈີນ-ລາວໄດ້ຂະຫຍາຍລົງສູ່ລວງເລິກ. ໃນຊຸມປີຜ່ານມາ, ວິສາຫະກິດຈີນ ແລະ ວິສາຫະກິດລາວໄດ້ດຳເນີນການຮ່ວມມືກັນນັບມື້ນັບຫຼາຍຂຶ້ນ ໂດຍໄດ້ສ້າງສວນປູກຊາ ແລະ ສ້າງຕັ້ງໂຮງງານຜະລິດຊາຢູ່ທ້ອງຖິ່ນແຫ່ງນັ້ນ, ໄດ້ຜະລິດຍີ່ຫໍ້ຊາລາວທີ່ມີຊື່ສຽງຕ່າງໆ ເຊັ່ນ: ຈຳປາຄຳ, ສວນ 36 ເປັນຕົ້ນ ເຊິ່ງໄດ້ຊຸກຍູ້ໃຫ້ຊາທຳມະຊາດຂອງລາວເຂົ້າສູ່ຕະຫຼາດໄດ້ຫຼາຍກວ່າເກົ່າ. ປີ 2018, ຊາຕົ້ນໄມ້ບູຮານຂອງລາວໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດ, ໄດ້ກາຍເປັນ “ຜະລິດຕະພັນດີເດັ່ນ” ໃນງານ ຍ້ອນມີນ້ຳຊາທີ່ດີ. ນັບແຕ່ປີ 2019 ເປັນຕົ້ນມາ, ວິສາຫະກິດຜະລິດຊາຫຼາຍແຫ່ງຂອງລາວໄດ້ສົ່ງອອກຊາບູຮານຂອງລາວເຂົ້າປະເທດຈີນ ແລະ ໄດ້ບັນລຸການເຕີບໂຕເປັນ 20% ຕໍ່ປີ. ປີ 2022, ມີຊາບູຮານລາວເກືອບ 6 ໂຕນໄດ້ສົ່ງອອກໄປປະເທດຈີນ ເຊິ່ງໄດ້ກວມ 1 ສ່ວນ 4 ຂອງຍອດຈຳນວນສົ່ງອອກຊາຂອງລາວ. ອີງຕາມການລາຍງານຂ່າວຂອງໜັງສືພິມວຽງຈັນທາມ: ນັບແຕ່ປີ 2019 ຫາປີ 2022, ປະເທດລາວໄດ້ຜະລິດຊາຫຼາຍກວ່າ 19.000 ໂຕນ, ພາຍຫຼັງປຸງແຕ່ງແລ້ວແມ່ນໄດ້ສົ່ງອອກຕ່າງປະເທດ ເຊິ່ງສ້າງລາຍຮັບໄດ້ 1,5 ລ້ານໂດລາ. ນອກນີ້, ນະຄອນຫຼວງພະບາງຍັງໄດ້ຈັດງານວາງສະແດງຊາຄັ້ງທຳອິດຂອງລາວໃນເດືອນມີນາປີ 2023, ບໍ່ພຽງແຕ່ມີໃບຊາທີ່ມາຈາກແຂວງຜົ້ງສາລີ, ແຂວງໄຊຍະບູລີ ແລະ ແຂວງຊຽງຂວາງ ທີ່ເປັນເຂດຜະລິດຊາທີ່ມີມູນເຊື້ອຂອງລາວມາເຂົ້າຮ່ວມງານວາງສະແດງເທົ່ານັ້ນ, ຍັງມີຊາດີເດັ່ນທີ່ມາຈາກແຂວງຈຳປາສັກ ທີ່ເປັນສວນຊາຈະເລີນໃໝ່ກໍມາເຂົ້າຮ່ວມງານດັ່ງກ່າວອີກດ້ວຍ.

ວິສາຫະກິດຜະລິດຊາທີ່ຮ່ວມທຶນໂດຍຈີນແລະລາວໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວບ້ານທ້ອງຖິ່ນ, ໄດ້ອົບຮົມສີມືການປູກຊາທີ່ດີໃຫ້ແກ່ຊາວບ້ານ ແລະ ໄດ້ເກັບຊື້ໃບຊາດ້ວຍລາຄາອ່າວສູງ ເຊິ່ງໄດ້ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນທ້ອງຖິ່ນນຳອີກ. ຈາກສະພາບທີ່ສ່ຽງຈາກຖືກຕັດຟັນ, ຈົນມາເຖິງໄລຍະທີ່ໄດ້ຮັບການເບິ່ງແຍດູແລເປັນຢ່າງດີ ແລະ ສົ່ງໃບຊາຂາຍໄປຕ່າງປະເທດ, ຕົ້ນຊາບູຮານຂອງລາວໄດ້ປ່ຽນແປງຊາຕາກຳຂອງຕົນ ຍ້ອນການຮ່ວມມືຈີນ-ລາວ. ອັດຕາຄອບຄົວທຸກຍາກຢູ່ໃນເຂດທີ່ມີການຜະລິດຊາໄດ້ຫຼຸດຈາກ 50% ໃນຫຼາຍປີກ່ອນລົງເປັນ 5% ໃນປັດຈຸບັນ.


ສິ່ງທີ່ຄວນເວົ້າເຖິງນັ້ນກໍຄື: ພາຍຫຼັງເປີດນຳໃຊ້ທາງລົດໄຟຈີນ-ລາວແລ້ວ, ຊາຕົ້ນໄມ້ບູຮານຂອງລາວໄດ້ສົ່ງຂາຍໄປປະເທດຈີນຢ່າງສະດວກວ່ອງໄວກວ່າເກົ່າ. ແຕ່ກ່ອນຖ້າຂົນສົ່ງທາງບົກໄປນະຄອນຄຸນໝິງ ຈະຕ້ອງການເວລາ 3 ວັນ. ດຽວນີ້, ຖ້າຂົນສົ່ງຕາມທາງລົດໄຟຈີນ-ລາວ, ຈະຂົນສົ່ງໄປເຖິງນະຄອນຄຸນໝິງພາຍໃນມື້ດຽວ. ນອກຈາກຊາບູຮານແລ້ວ, ລາວຍັງມີຜະລິດຕະພັນທີ່ມີຄຸນນະພາບທີ່ດີຫຼາຍຢ່າງ ເຊັ່ນ: ໝາກໄມ້, ເບຍລາວ ແລະ ກາເຟເປັນຕົ້ນ ກໍອາດຈະພົບພໍ້ໂອກາດພັດທະນາຫຼາຍກວ່າເກົ່າ ຍ້ອນທາງລົດໄຟຈີນ-ລາວ.

ການຮ່ວມມືຈີນ-ລາວໄດ້ນຳເອົາເຕັກນິກ ແລະ ເງິນທຶນມາໃຫ້ແກ່ອຸດສາຫະກຳຊາຂອງລາວ ໂດຍໄດ້ຊຸກຍູ້ໃຫ້ລາວສ້າງຕັ້ງຍີ່ຫໍ້ຊາບູຮານຂອງຕົນ ແລະ ໄດ້ຄົ້ນຫາເສັ້ນທາງການພັດທະນາເສດຖະກິດຢູ່ຕາມເຂດປ່າຕຶບດົງໜາ. ອຸດສາຫະກຳຊາໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວບ້ານຫຼາຍຄົນ, ໄດ້ຊ່ວຍຊຸກຍູ້ໃຫ້ປະຊາຊົນທ້ອງຖິ່ນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ນຳພາການພັດທະນາເສດຖະກິດສັງຄົມທ້ອງຖິ່ນ. ພາຍໃຕ້ການກະຕຸກຊຸກຍູ້ຈາກເຂດການຄ້າເສລີຈີນ-ອາຊຽນ 3.0 ແລະ ສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ທີ່ມີຜົນບັງຄັບໃຊ້ຢ່າງຮອບດ້ານແລະຍັງຈະມີຄວາມຄືບໜ້າໃໝ່ໃນອະນາຄົດ, ອຸດສາຫະກຳຊາຂອງລາວກໍຈະມີໂອກາດພັດທະນາທີ່ກວ້າງຂວາງກວ່າເກົ່າ.