ອູແກຣນປະກາດຈະເຂົ້າຮ່ວມງານກິລາໂອລິມປິກປາຣີ

2024-05-22 10:35:38 CRI


    ວັນທີ 21 ພຶດສະພານີ້, ກະຊວງຊາວໜຸ່ມແລະກິລາອູແກຣນປະກາດວ່າ: ອູແກຣນຈະເຂົ້າຮ່ວມງານກິລາໂອລິມປິກປາຣີປີ 2024 ຢູ່ປະເທດຝຣັ່ງເປັນເຈົ້າພາບ. ຄະນະກຳມະການໂອລິມປິກແຫ່ງຊາດ ພ້ອມດ້ວຍ ກະຊວງຊາວໜຸ່ມແລະກິລາອູແກຣນໄດ້ແນະນຳແລະອົບຮົມກິລິຍາມາລະຍາດໃຫ້ນັກກິລາອູແກຣນໃນເວລາພໍ້ກັບນັກກິລາຣັດເຊຍ ແລະ ເບລາຣຸດຊີໃນງານກິລາໂອລິມປິກປາຣີປີ 2024.


    ງານກິລາໂອລິມປິກປາຣີຈະຈັດຂຶ້ນລະຫວ່າງວັນທີ 26 ກໍລະກົດຫາ 11 ສິງຫາປີ 2024, ຫຼັງຈາກນັ້ນຈະຈັດງານກິລາໂອລິມປິກຄົນພິການປາຣີລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 11 ກັນຍາປີ2024.