ເຮືອບິນໂດຍສານລໍາໜຶ່ງຂອງບໍລິສັດການບິນສິງກະໂປລົງຈອດສຸກເສີນ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ

2024-05-22 14:33:04 CRI


    ວັນທີ 21 ພຶດສະພານີ້, ບໍລິສັດການບິນສິງກະໂປໄດ້ອອກຖະແຫຼງການຜ່ານສື່ສັງຄົມອອນລາຍວ່າ: ຖ້ຽວບິນ SQ321 ຂອງບໍລິສັດຕົນໄດ້ອອກເດີນທາງຈາກສະໜາມບິນຣີດໂທສນະຄອນຫຼວງລອນດອນຂອງອັງກິດໄປສູ່ສິງກະໂປໃນວັນທີ  20 ພຶດສະພານີ້, ໂດຍໄດ້ຕົກຫຼຸມອາກາດໃນໄລຍະການບິນ. ຖ້ຽວບິນດັ່ງກ່າວໄດ້ລົງຈອດສຸກເສີນຢູ່ນະຄອນຫຼວງບາງກອກຂອງໄທໃນເວລາ 15 ໂມງ 45 ນາທີ ຂອງວັນທີ 21 ພຶດສະພານີ້. ເນື້ອໃນຖະແຫຼງການຍັງລະບຸວ່າ: ປະເພດເຮືອບິນທີ່ປະຕິດບັດງານໃນຄັ້ງນີ້ແມ່ນໂບອີງ 777-300ER, ເຫດການຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ຫຼາຍຄົນໄດ້ຮັບບາດເຈັບ,  ຖ້ຽວບິນດັ່ງກ່າວມີຜູ້ໂດຍສານ 211 ຄົນ ແລະ ຈຸບິນ 18 ຄົນ.



    ຫຼຸມອາກາດທີ່ຮຸນແຮງແມ່ນຍ້ອນອາກາດປັ່ນປ່ວນຜິດປົກກະຕິ ສະພາບຄືແນວນີ້ ຈະສົ່ງຜົນກະທົບຕໍ່ລະບົບການບິນ ແລະ ຄວາມປອດໄພຂອງເຮືອບິນ.