ເລີ່ມແຕ່ວັນທີ 23 ພຶດສະພານີ້ເປັນຕົ້ນໄປ, ເຂດທະຫານພາກຕາເວັນອອກກອງທັບປົດປ່ອຍປະຊາຊົນຈີນໄດ້ດຳເນີນການຊ້ອມຮົບຮ່ວມຢູ່ຊ່ອງແຄບໄຕ້ຫວັນ, ພາກເໜືອ ພາກໃຕ້ ແລະພາກຕາເວັນອອກຂອງເກາະໄຕ້ຫວັນ, ພ້ອມດ້ວຍເຂດອ້ອມແອ້ມເກາະຈິ່ນເມີນ ເກາະມາຈູ ເກາະອູ່ຊີ່ວ ແລະເກາະຕົ່ງຢິນ.
ມື້ດຽວກັນ, ຕຳຫຼວດທະເລຂອງແຂວງຟູຈ້ຽນໄດ້ຈັດຕັ້ງກອງກຳປັ່ນດຳເນີນການຊ້ອມການບັງຄັບໃຊ້ກົດໝາຍ ຢູ່ເຂດທະເລໃກ້ກັບເກາະອູ່ຊີ່ວແລະເກາະຕົ່ງຢິນ ເພື່ອກວດກາຄວາມສາມາດໃນດ້ານຮ່ວມກັນລາດຕະເວນ, ການຮັບມືກັບເຫດການສຸກເສີນຢ່າງວ່ອງໄວ.