ລ້າຍຊີ່ງເຕີຈະຖືກຕອກໃສ່ເສົາແຫ່ງຄວາມອັບປະຍົດຂອງປະຫວັດສາດຢ່າງແນ່ນອນ

2024-05-23 16:04:08 cri

ວັນທີ 23 ຫາ 24 ພຶດສະພານີ້, ເຂດທະຫານພາກຕາເວັນອອກກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດຕັ້ງກອງທັບບົກ, ກອງທັບເຮືອ, ກອງທັບອາກາດ, ກອງທັບຣອກເກັດ ແລະອື່ນໆໃນສັງກັດເຂດທະຫານຂອງຕົນ ດຳເນີນການຊ້ອມຮົບຢູ່ເຂດອ້ອມຂ້າງເກາະໄຕ້ຫວັນ. ນີ້ເປັນການກະທຳທີ່ຊອບທຳເພື່ອປົກປ້ອງອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງຈີນ, ເປັນການລົງໂທດຢ່າງແຂງແຮງຕໍ່ອິດທິກຳລັງທີ່ຄິດຈະແບ່ງແຍກໄຕ້ຫວັນອອກເປັນເອກະລາດ ແລະ ກໍເປັນການກ່າວເຕືອນຢ່າງເຄັ່ງຂຶມຕໍ່ການແຊກແຊງຈາກອິດທິກຳລັງພາຍນອກ.

ລ້າຍຊີ່ງເຕີ ຜູ້ນຳເຂດໄຕ້ຫວັນ ໄດ້ເອີ້ນຕົນເອງວ່າເປັນ “ຜູ້ປະຕິບັດວຽກງານຢ່າງຈິງຈັງເພື່ອແບ່ງແຍກໄຕ້ຫວັນອອກເປັນເອກະລາດຈາກຈີນ”, ເຂົາໄດ້ມີຄຳປາໄສອອກມາໃນວັນທີ 20 ພຶດສະພານີ້ ເຊິ່ງບໍ່ຕ່າງຫຍັງເລີຍທີ່ເປັນບົດປາໄສບົດໜຶ່ງທີ່ໝາຍໝັ້ນຈະແບ່ງແຍກໄຕ້ຫວັນອອກເປັນເອກະລາດແຕ່ຕົ້ນຈົນຈົບ, ເປັນການທ້າທາຍຢ່າງຮຸນແຮງຕໍ່ຫຼັກການປະເທດຈີນດຽວ, ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງສອງຝັ່ງຊ່ອງແຄບໄຕ້ຫວັນຢ່າງຮ້າຍແຮງ. ບໍ່ວ່າຈະເບິ່ງໄປໃນແງ່ມູມໃດ, ການຕອບໂຕ້ຂອງແຜ່ນດິນໃຫຍ່ຈີນລ້ວນແຕ່ແມ່ນຖືກຕ້ອງ, ຖືກກົດໝາຍ ແລະ ມີຄວາມຈຳເປັນ.

ໄຕ້ຫວັນເປັນໄຕ້ຫວັນຂອງຈີນ, ພີ່ນ້ອງສອງຝັ່ງຊ່ອງແຄບໄຕ້ຫວັນລ້ວນແຕ່ເປັນຊົນຊາດຈີນ. ຕໍ່ກັບເລື່ອງທີ່ເຈົ້າໜ້າທີ່ພັກປະຊາທິປະໄຕກ້າວໜ້າໄຕ້ຫວັນໄດ້ສົມຮູ້ຮ່ວມຄິດກັບອິດທິກຳລັງພາຍນອກເພື່ອສະແຫວງຫາການແບ່ງແຍກໄຕ້ຫວັນອອກເປັນເອກະລາດນັ້ນ, ແຜ່ນດິນໃຫຍ່ຈີນເຄີຍໄດ້ເວົ້າມາກ່ອນແລ້ວວ່າ: ຈະຕ້ອງຕອບໂຕ້ ແລະ ຕ້ອງລົງໂທດ. ຖ້າບໍ່ດັ່ງນັ້ນ, ເມື່ອໃດລ້າຍຊີ່ງເຕີຜູ້ທີ່ລືມບັນພະບຸລຸດປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆຕາມແນວຄິດທີ່ຜິດພາດຂຶ້ນມາ, ເມື່ອນັ້ນສ່ອງຝັ່ງຊ່ອງແຄບໄຕ້ຫວັນກໍຈະຕົກຢູ່ໃນສະພາບສົງຄາມຢ່າງແນ່ນອນ.