ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານໂຕເລິ່ມ ປະທານປະເທດຫວຽດນາມຄົນໃໝ່

2024-05-23 10:37:54 CRI

    ວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານໂຕເລິ່ມໃນໂອກາດໄດ້ຮັບເລືອກຕັ້ງເປັນປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມຄົນໃໝ່.



    ເນື້ອໃນສານຂອງທ່ານສີຈິ້ນຜິງຊີ້ອອກວ່າ: ຈີນ ແລະ ຫວຽດນາມແມ່ນປະເທດບ້ານໃກ້ເຮືອນຄຽງແຫ່ງໄມຕີຈິດສັງຄົມນິຍົມທີ່ມີສາຍພູ ແລະ ແມ່ນ້ຳຕິດຈອດກັນ. ປີກາຍນີ້, ຂ້າພະເຈົ້າໄດ້ໄປຢ້ຽມຢາມຫວຽດນາມທາງລັດຖະກິດ, ຮ່ວມກັບທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມພ້ອມກັນປະກາດສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍຍຸດທະສາດ ໂດຍໄດ້ເປີດໂສມໜ້າໃໝ່ແຫ່ງການພົວພັນຂອງສອງພັກ ສອງລັດຈີນ-ຫວຽດນາມ. ຂ້າພະເຈົ້າດີໃຈທີ່ໄດ້ເຫັນວ່າ: ພາກສ່ວນ ແລະ ທ້ອງຖິ່ນຕ່າງໆຂອງສອງປະເທດກຳລັງເລັ່ງລັດຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມ ແລະ ໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ-ຫວຽດນາມ, ຍິນດີພ້ອມກັບສະຫາຍປະທານປະເທດທຳຄວາມພະຍາຍາມຮ່ວມກັນ, ຮັກສາການແລກປ່ຽນກັນດ້ານຍຸດທະສາດ ເພື່ອຊີ້ນຳການກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມໃຫ້ເລິກເຊິ່ງ ແລະ ແທ້ຈິງ ສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ.