ທ່ານສີຈິ້ນຜິງ: ຊີວິດທີ່ມີຄວາມສຸກຂອງປະຊາຊົນແມ່ນໄດ້ມາຈາກການເຮັດແທ້ທຳຈິງ

2024-05-23 17:18:50 CRI


    ຕອນບ່າຍວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະ ການສູນກາງພັກຄອມມູນິດຈີນໄດ້ລົງຢ້ຽມຢາມນະຄອນຢື້ຈ້າວແຂວງຊ່ານຕົ່ງຈີນ. ເພິ່ນໄດ້ໄປຮອດທາງສີຂຽວແຄມຝັ່ງທະເລແສງຕາເວັນຂອງນະຄອນຢື້ຈ້າວ, ໄດ້ສຳຫຼວດເບິ່ງສິ່ງແວດລ້ອມນິເວດຕາມສາຍຝັ່ງທະເລພາຍຫຼັງການປັບປຸງປົວແປງ ແລະ ໄດ້ໂອ້ລົມກັບຊາວເມືອງແລະນັກທ່ອງທ່ຽວທີ່ພວມອອກກຳລັງກາຍຢູ່ແຄມທະເລຢ່າງສະໜິດສະໜົມ. ທ່ານສີຈິ້ນຜິງເນັ້ນໜັກວ່າ: ຊີວິດທີ່ມີຄວາມສຸກຂອງປະຊາຊົນແມ່ນໄດ້ມາຈາກການເຮັດແທ້ທຳຈິງ. ພວກເຮົາຕ້ອງອາໄສການເຮັດແທ້ທຳຈິງ ແລະ ການບຸກບືນສູ້ຊົນ ເພື່ອບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ.