ຈັດງານມະໂຫລານປັນຍາປະດິດຈີນ 2024

2024-05-23 14:52:35 CRI


    ວັນທີ 22 ພຶດສະພານີ້, ພິທີໄຂງານມະໂຫລານປັນຍາປະດິດ ຈີນ2024 ທີ່ຮ່ວມຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG, ຫ້ອງການຂໍ້ມູນຂ່າວສານອິນເຕີເນັດສູນກາງ ແລະ ອົງການປົກຄອງແຂວງກວາງຕຸ້ງຈີນໄດ້ຈັດຂຶ້ນຢູ່ນະຄອນເຊີ່ນເຈີ້ນແຂວງກວາງຕຸ້ງຂອງຈີນ. ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກຄອມມູນິດຈີນ ຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນໄດ້ເຂົ້າຮ່ວມພິທີໄຂ.


 

    ໃນພິທີໄຂໄດ້ລວບລວມເອົາຜົນງານຫຼ້າສຸດດ້ານການນໍາໃຊ້ປັນຍາປະດິດ ຫຼື AI ໃນຫຼາຍຂົງເຂດ, ສະແດງໃຫ້ເຫັນເຖິງ AI ໄດ້ກາຍເປັນພະລັງແຮງຂັບເຄື່ອນອັນສໍາຄັນຕໍ່ການພັດທະນາກໍາລັງການຜະລິດທີ່ມີຄຸນນະພາບໃໝ່ຈາກຫຼາຍດ້ານ ເຊັ່ນ: AI ສົ່ງຜົນດີຕໍ່ການສືບທອດ ແລະ ປະດິດສ້າງໃໝ່ດ້ານວັດທະນະທໍາ, ສ້າງຫຸ່ນ AI, AI ເພີ່ມພະລັງແຮງເຂົ້າໃນວັດທະນະທໍາຕົວເມືອງ, AI ຊຸກຍູ້ການຍົກລະດັບຂອງຂະແໜງການພາບ ແລະ ສຽງ ແລະ ອື່ນໆ.