ຮ່ວມກັນສ້າງປະຊາຄົມຮ່ວມຊີວິດໜ່ວຍໂລກ

2024-05-23 16:28:01 cri



 

ວັນທີ 22 ພຶດສະພາ2024ເປັນວັນຊີວະນານາພັນສາກົນຄົບຮອບ24ປີ.

 

ຢູ່ເທິງໜ່ວຍໂລກ, ການດຳລົງຊີວິດຂອງມະນຸດໃນດ້ານຕ່າງໆບໍ່ວ່າຈະເປັນການນຸ່ງຫົ່ມ, ການກິນ,ການຢູ່ຫຼືການເດີນທາງເປັນຕົ້ນ ລ້ວນແຕ່ມີການພົວພັນຢ່າງແໜ້ນແຟ້ນກັບຊີວະນານາພັນ. ຜ່ານການພົວພັນທີ່ເພິ່ງພາອາໄສແລະຜູກມັດຢ່າງສັບສົນ, ສິ່ງທີ່ມີຊີວິດຕ່າງໆໄດ້ຮ່ວມກັນຮັກສາຄວາມສົມດຸນຂອງລະບົບນິເວດ ແລະຮັບປະກັນການດຳລົງຊີບແລະການພັດທະນາຂອງມວນມະນຸດ.

 

   ປີ2021, ໃນກອງປະຊຸມສຸດຍອດປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດຄັ້ງທີ15ທີ່ຈັດຂຶ້ນຢູ່ນະຄອນຄຸນມິງແຂວງຢູນນານຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງເພີ່ມທະວີການຮ່ວມມືກັນ,ຄິດຮ່ວມກັນ, ສຸມຄວາມພະຍາຍາມຮ່ວມກັນເພື່ອຮ່ວມກັນສ້າງປະຊາຄົມຮ່ວມຊີວິດໜ່ວຍໂລກ.

 

   ຢູ່ໃນກອງປະຊຸມ, ທ່ານສີຈິ້ນຜິງໄດ້ປະກາດວ່າ: ຈີນສ້າງຕັ້ງສວນສາທາລະນະແຫ່ງຊາດຊຸດທຳອິດຢ່າງເປັນທາງການເຊິ່ງລວມທັງຕົ້ນແມ່ນ້ຳສາມສາຍຫຼືຊ່ານຈ່ຽງຢວນ, ໝີແພນດາ, ເສືອແລະເສືອດາວຊີເບຣີ, ປ່າຮ້ອນຊຸ່ມໄຫຫຼຳ, ພູອູຢີ ແລະອື່ນໆ, ເນື້ອທີ່ການອະນຸລັກບັນລຸເຖິງ230.000 ກິໂລຕາແມັດ, ປົກຄຸມປະເພດສັດປ່າແລະພືດປ່າສະຫງວນຈຸດສຸມແຫ່ງຊາດທາງບົກກວມເກືອບ30%.

 

   ສິ່ງນີ້ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນໃນຖານະເປັນປະເທດໃຫຍ່ໃນການປົກປັກຮັກສາໜ່ວຍໂລກ, ສົ່ງເສີມການພັດທະນາແບບຍືນຍົງຂອງມວນມະນຸດ ເຊິ່ງໄດ້ພາໃຫ້ປະຊາຄົມໂລກມີສຽງຕອບຮັບຢ່າງຟົດຟື້ນ. ມີຜູ້ຊ່ຽວຊານຍ້ອງຍໍຊົມເຊີຍວ່າ: “ຄວາມສີວິໄລດ້ານນິເວດແລະຄວາມໝັ້ນຄົງດ້ານນິເວດເປັນພື້ນຖານອັນສຳຄັນແຫ່ງການພັດທະນາຈີນດ້ວຍຄຸນນະພາບສູງ”, ຍັງມີຜູ້ຊ່ຽວຊານກ່າວຢືນຢັນວ່າ: “ປະຊາຄົມໂລກຄວນໃຊ້ການເຄື່ອນໄຫວຕົວຈິງ, ສິ່ງນີ້ແມ່ນສອດຄ່ອງກັບຜົນປະໂຫຍດຂອງພວກເຮົາທຸກຄົນ.”

 

   “ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ”ເປັນໜຶ່ງໃນ5ຈຸດພິເສດໃຫຍ່ຂອງຄວາມທັນສະໄໝແບບຈີນ. ການເພີ່ມທະວີການອະນຸລັກຊີວະນານາພັນເປັນທາງເລືອກອັນຈຳເປັນໃນການປົກປັກຮັກສາຄວາມສົມດຸນດ້ານນິເວດຂອງໜ່ວຍໂລກ, ການປົກປ້ອງສິ່ງແວດລ້ອມດຳລົງຊີບຂອງມວນມະນຸດແລະສົ່ງເສີມການພັດທະນາແບບຍືນຍົງ ທັງເປັນພື້ນຖານແຫ່ງການບັນລຸໃຫ້ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.

 

   ທ່ານສີຈິ້ນຜິງໄດ້ຊີ້ແຈງປັດຊະຍາບູຮານຈີນມາຫຼາຍຄັ້ງແລ້ວໃນກາລະໂອກາດຕ່າງໆຄື “ຊີວະນາໆພັນເຕີບໃຫຍ່ຮ່ວມກັນແຕ່ບໍ່ກະທົບກັນ, ກົດເກນຄົງຕົວຢູ່ຮ່ວມກັນແຕ່ບໍ່ຂັດແຍ້ງກັນ” ເພິ່ນໄດ້ເນັ້ນໜັກວ່າ ການຄຸ້ມຄອງສິ່ງແວດລ້ອມນິເວດຕ້ອງເຄົາລົບປະຕິບັດຕາມກົດເກນ, ວາງແຜນຕາມຫຼັກວິທະຍາສາດ, ອີງໃສ່ສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ, ອະນຸລັກຢ່າງຮອບດ້ານ, ສ້າງລະບົບນິເວດທີ່ປັດໄຈທຸກຢ່າງຢູ່ຮ່ວມກັນຢ່າງກົມກຽວ.

 

    ນັບແຕ່ປີ2012ເປັນຕົ້ນມາ, ຈີນໄດ້ຈັດເອົາ “ການສ້າງຄວາມສີວິໄລດ້ານນິເວດ”ເຂົ້າໃນແຜນຍຸດທະສາດລວມ “ການພັດທະນາ ພາລະກິດ 5 ດ້ານຢ່າງເປັນເອກະພາບກັນ” ໂດຍໄດ້ຊຸກຍູ້ວຽກງານການສ້າງແລະປັບປຸງກົດໝາຍຕ່າງໆເຊິ່ງລວມທັງກົດໝາຍວ່າດ້ວຍການອະນຸລັກສິ່ງແວດລ້ອມນິເວດ,ການອະນຸລັກສັດປ່າແລະພືດປ່າເປັນຕົ້ນຢ່າງຕໍ່ເນື່ອງ, ລົງເລິກປະຕິບັດ3ແຜນງານໃຫຍ່ຄືປ້ອງກັນແລະປັບປຸງມົນລະພິດທາງອາກາດ, ນ້ຳແລະດິນ, ປຸກລະດົມຂົນຂວາຍທົ່ວປວງຊົນແຂ່ງຂັນກັນເປັນທູດສີຂຽວແລະຜູ້ນຳໜ້າອະນຸລັກສິ່ງແວດລ້ອມນິເວດ… ມາດຕະການສັງລວມຕ່າງໆເຫຼົ່ານີ້ໄດ້ສະໜອງການຮັບປະກັນຢ່າງເປັນລະບົບທີ່ດີໃຫ້ແກ່ການອະນຸລັກຊີວະນານາພັນ.

 

    ທຸກມື້ນີ້, ຢູ່ທົ່ວປະເທດຈີນຈະເຫັນໄດ້ພູຂຽວນ້ຳໃສຢູ່ທົ່ວທຸກແຫ່ງ, ທ້ອງຟ້າປອດໂປ່ງຄ່ອຍໆກາຍເປັນປົກກະຕິ, ຄຸນນະພາບສິ່ງແວດລ້ອມນິເວດໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ຊີວະນານາພັນນັບມື້ນັບອຸດົມສົມບູນຂຶ້ນ.

 



    ລະຫວ່າງປີ2020-2021,ເລື່ອງລາວກ່ຽວກັບຊ້າງປ່າອາຊີຢູນນານ ຕະກຸນງວງສັ້ນຂອງຈີນໄດ້ເຄື່ອນຍ້າຍຂຶ້ນເໜືອແລ້ວກັບຄືນສູ່ແຂວງຢູນນານໄດ້ເຜີຍແຜ່ໄປທົ່ວໂລກ, ສະພາບອັນປະທັບໃຈທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວໄດ້ພາໃຫ້ເພື່ອນມິດອິນເຕີເນັດປະເທດຕ່າງໆຢູ່ໃນໂລກພາກັນກົດໄລແລະຕິດຕາມນຳ.

 

ໃນກອງປະຊຸມສຸດຍອດປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດຄັ້ງທີ15, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມປະທັບໃຈວ່າ: “ຊ້າງຢູນນານເຄື່ອນຍ້າຍຂຶ້ນເໜືອແລ້ວກັບຄືນແຫຼ່ງທີ່ຢູ່ອາໄສ ເຊິ່ງ ເຮັດໃຫ້ພວກເຮົາໄດ້ເຫັນເຖິງຜົນງານຂອງຈີນໃນການອະນຸລັກສັດປ່າ.”

 

     ໃນດ້ານການເພີ່ມທະວີການອະນຸລັກຊີວະນານາພັນ, ຈີນໄດ້ສຸມຄວາມພະຊຍາຍາມຫຼາຍກວ່ານັ້ນ. ເຊັ່ນ:  ພາຍໃຕ້ການປະຕິບັດມາດຕະການສຳຄັນຕ່າງໆເພື່ອອະນຸລັກຊີວະນານາພັນຢ່າງຕໍ່ເນື່ອງ, ປັດຈຸບັນ, ເນື້ອທີ່ການອະນຸລັກພູຜາແມ່ນ້ຳ, ປ່າໄມ້, ທົ່ງນາ,ໜອງບຶງ, ທົ່ງຫຍ້າ ແລະທະເລຊາຍໃຫ້ເປັນອັນໜຶ່ງອັນດຽວກັນແລະປັບປຸງຟື້ນຟູຄືນໄດ້ບັນລຸເຖິງ6.660.000 ເຮັກຕາ,ເນື້ອທີ່ປ່າໂກງກາງໄດ້ເພີ່ມຂຶ້ນເປັນ29.200ເຮັກຕາ, ເປັນໜຶ່ງໃນຈຳນວນບໍ່ເທົ່າໃດປະເທດຢູ່ໃນໂລກທີ່ເນື້ອທີ່ປ່າໂກງກາງເພີ່ມຂຶ້ນ, ປະເພດລະບົບນິເວດທາງບົກກວມ90% ກຸ່ມພັນສັດປ່າແລະພືດປ່າສະຫງວນຈຸດສຸມລະດັບຊາດ ກວມ74%ໄດ້ຮັບການອະນຸລັກຮັກສາຢ່າງມີປະສິດທິຜົນ.

 

ຕົ້ນປີ2024, ກະຊວງສິ່ງແວດລ້ອມແລະນິເວດວິທະຍາຂອງຈີນໄດ້ເຜີຍແຜ່ຍຸດທະສາດກັບແຜນງານວ່າດ້ວຍການອະນຸລັກຊີວະນານາພັນຂອງຈີນປີ2023-2030ໂດຍໄດ້ຈັດວາງການເຄື່ອນໄຫວບຸລິມະສິດ27ປະການໃນ4ຂົງເຂດບຸລິມະສິດ ເຊິ່ງເປັນການເພີ່ມຄວາມເຂັ້ມແຂງໃນດ້ານການອະນຸລັກຊີວະນານາພັນໃຫ້ຂະຫຍາຍລົງສູ່ລວງເລິກແລະລວງກວ້າງຕື່ມອີກ.

 

ໜ່ວຍໂລກເປັນບ້ານເມືອງຮ່ວມຂອງມວນມະນຸດ ທັງເປັນບ້ານເມືອງພຽງໜຶ່ງດຽວຂອງມວນມະນຸດຈົນມາເຖິງປັດຈຸບັນ.

 

ເດືອນກັນຍາປີ2020, ທ່ານສີຈິ້ນຜິງກ່າວໃນກອງປະຊຸມສຸດຍອດຊີວະນານາພັນຂອງອົງການສະຫະປະຊາຊາດວ່າ:ຈັງຫວະການສູນພັນຂອງສັດປ່າແລະພືດປ່າໃນທົ່ວໂລກກຳລັງເພີ່ມໄວຂຶ້ນຢ່າງບໍ່ຢຸດຢັ້ງ, ສະພາວະການສູນເສຍຊີວະນານາພັນແລະການເຊື່ອມໂຊມຂອງລະບົບນິເວດພວມກາຍເປັນຄວາມສ່ຽງອັນໜັກໜ່ວງຕໍ່ການດຳລົງຊີບແລະການພັດທະນາຂອງມວນມະນຸດ. ເມື່ອປະເຊີນໜ້າກັບຄວາມສ່ຽງແລະສິ່ງທ້າທາຍທົ່ວໂລກ, ປະເທດຕ່າງໆເປັນປະຊາຄົມຮ່ວມຊາຕາກຳທີ່ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກນຳກັນ.

 

      ຈາກການປະກາດສ້າງຕັ້ງກອງທຶນອະນຸລັກຊີວະນານາພັນຄຸນມິງ, ສະໜັບສະໜູນວຽກງານອະນຸລັກຊີວະນານາພັນຂອງປະເທດພວມພັດທະນາ, ຈົນຮອດການເປັນຜູ້ນຳພາລິເລີ່ມການປະຕິບັດຂອບອະນຸລັກຊີວະນານາພັນໂລກຄຸນມິງ-ມອນເຕຣໂອ ຕະຫຼອດຮອດການຊຸກຍູ້ການເຜີຍແຜ່ຖະແຫຼງການຮ່ວມວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດກັບຫຼາຍປະເທດ, ປະສານງານກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະພາວະສູນເສຍຊີວະນານາພັນແລະສິ່ງທ້າທາຍອື່ນໆຂອງໂລກ. ຈີນໄດ້ຕັ້ງໜ້າຊຸກຍູ້ການຮ່ວມກັນສ້າງປະຊາຄົມຮ່ວມຊີວິດໜ່ວຍໂລກແລະປົກປັກຮັກສາໜ່ວຍໂລກທີ່ເປັນບ້ານເມືອງຮ່ວມຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ.

 

      ໂດຍຖືໜ່ວຍໂລກເປັນແຫຼ່ງທີ່ຢູ່ອາໄສ, ຄົນກັບທຳມະຊາດເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວ ແລະຮ່ວມຊາຕາກຳນຳກັນ. ຄືດັ່ງທ່ານສີຈິ້ນຜິງໄດ້ເວົ້າວ່າ: “ໃນອະນາຄົດທີ່ສາມາດຄາດຄະເນໄດ້, ມວນມະນຸດຕ້ອງດຳລົງຊີວິດຢູ່ເທິງໜ່ວຍໂລກ. ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ພວກເຮົາຄວນຮ່ວມກັນປົກປັກຮັກສາໜ່ວຍໂລກທີ່ເປັນບ້ານເມືອງຮ່ວມຂອງມວນມະນຸດ ເພື່ອພວກເຮົາເອງກໍຄືລູກຫຼານຄົນຮຸ່ນຫຼັງ.”

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ