ທ່ານສີຈິ້ນຜິງສົ່ງຈົດໝາຍເຖິງພິທີໄຂການສົນທະນາຂັ້ນສູງດ້ານການທ່ອງທ່ຽວຈີນ-ອາເມຣິກາຄັ້ງທີ 14

2024-05-23 15:51:12 CRI

    ວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງຈົດໝາຍເຖິງພິທີໄຂການສົນທະນາດ້ານການທ່ອງທ່ຽວລະຫວ່າງຈີນ ກັບ ອາເມຣິກາຄັ້ງທີ 14.


    ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸວ່າ: ປີນີ້ແມ່ນຈີນ ແລະ ອາເມຣິກາສ້າງສາຍພົວພັນທາງການທູດຄົບຮອບ 45 ປີ. ການທ່ອງທ່ຽວແມ່ນຂົວຕໍ່ສໍາຄັນແຫ່ງການແລກປ່ຽນ, ການໄປມາຫາສູ່ກັນ, ເພີ່ມຄວາມເຂົ້າໃຈກັນ ແລະ ສະໜິດສະໜົມກັນລະຫວ່າງປະຊາຊົນສອງປະເທດຈີນ-ອາເມຣິກາ. ພວກເຮົາຍິນດີຕ້ອນຮັບນັກທ່ອງທ່ຽວອາເມຣິກາມາທ່ຽວປະເທດຈີນ, ຮູ້ຈັກເພື່ອນມິດຊາວຈີນ, ສໍາຜັດກັບວັດທະນະທໍາຈີນ, ທ່ຽວຊົມທິວທັດທີ່ສວຍງາມຂອງຈີນ, ສໍາຜັດກັບປະເທດຈີນຢ່າງແທ້ຈິງດ້ວຍຕົນເອງ.



    ພິທີໄຂການສົນທະນາດ້ານການທ່ອງທ່ຽວລະຫວ່າງຈີນ ກັບ ອາເມຣິກາຄັ້ງທີ 14 ໄດ້ຈັດຂຶ້ນຢູ່ນະຄອນຊີ່ອ່ານແຂວງສານຊີ່ຂອງຈີນໃນວັນທີ 22 ພຶດສະພານີ້.