ທ່ານໂຕເລິ່ມໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມ

2024-05-23 10:30:34 CRI

 

    ວັນທີ 22 ພຶດສະພານີ້, ກອງປະຊຸມຄັ້ງທີ 7 ຂອງສະພາແຫ່ງຊາດຫວຽດນາມຊຸດທີ 15 ໄດ້ດຳເນີນເປັນມື້ທີ 3, ໂດຍຜ່ານການລົງຄະແນນສຽງຂອງສະມາຊິກສະພາແຫ່ງຊາດ, ທ່ານໂຕເລິ່ມກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມຄົນໃໝ່.ຫຼັງຈາກນັ້ນ,ທ່ານໂທເລິ່ມສາບານຕົວເຂົ້າຮັບຕຳແໜ່ງ.


    ທ່ານໂຕເລິ່ມ, ເກີດເມື່ອເດືອນກໍລະກົດປີ 1957ຢູ່ແຂວງຮຶ່ງອ່ຽນຫວຽດນາມ, ທ່ານເຮັດວຽກຢູ່ກະຊວງປ້ອງກັນຄວາມສະຫງົບຫວຽດນາມມາເປັນເວລາດົນ, ນັບແຕ່ເດືອນເມສາປີ 2016 ເປັນຕົ້ນມາ,ທ່ານດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຫວຽດນາມ.