ທ່ານສີຈິ້ນຜິງຢ້ຽມຢາມນະຄອນຣື້ຈ້າວແຂວງຊ່່ານຕົ່ງຈີນ

2024-05-23 15:06:24 CRI


    ວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ລົງຢ້ຽມຢາມນະຄອນຣີື້ຈ້າວແຂວງຊ່ານຕົ່ງຈີນ. ທ່ານໄດ້ໄປຮອດທ່າກຳປັ່ນຣື້ຈ້າວ ແລະ ທາງສີຂຽວແຄມຝັ່ງທະເລແສງຕາເວັນຕາມລຳດັບ ເພື່ອຮັບຮູ້ສະພາບກ່ຽວກັບການຊຸກຍູ້ການກໍ່ສ້າງແບບອັດສະລິຍະແລະແບບສີຂຽວຂອງທ່າກຳປັ່ນ,ການເປີດກວ້າງການເປີດປະຕູສູ່ພາຍນອກ, ການເພີ່ມທະວີການປົກປັກຮັກສາ ແລະ ຟື້ນຟູລະບົດນິເວດຕາມແຄມຝັ່ງທະເລ ພ້ອມດ້ວຍການຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.