ຈີນຈະດໍາເນີນການສືບສວນເພື່ອຕ້ານການຂາຍທຸ້ມຕະຫຼາດຕໍ່ໂປລີໂຟມານເດໄຮເດທີ່ນໍາເຂົ້າຈໍານວນໜຶ່ງຕາມກົດໝາຍ

2024-05-24 14:59:33 CRI

    ຫວ່າງມໍ່ໆມານີ້, ກະຊວງການຄ້າຈີນໄດ້ປະກາດວ່າ: ຈີນຈະດໍາເນີນການສືບສວນເພື່ອຕ້ານການຂາຍທຸ້ມຕະຫຼາດຕາມກົດໝາຍຕໍ່ໂປລີໂຟມານເດໄຮເດ ເຊິ່ງເປັນວັດຖຸດິບຊະນິດໜຶ່ງທີ່ນໍາເຂົ້າຈໍານວນໜຶ່ງຜະລິດຢູ່ສະຫະພາບເອີຣົບ, ອາເມຣິກາ, ເຂດໄຕ້ຫວັນ ແລະ ຍີ່ປຸ່ນ. ໂຄສົກກະຊວງການຄ້າຈີນໄດ້ແນະນໍາໃຫ້ຮູ້ສະພາບທີ່ກ່ຽວຂ້ອງໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 23 ພຶດສະພານີ້.


 

    ທ່ານເຮີຢ້າຕົ່ງ ໂຄສົກກະຊວງການຄ້າຈີນກ່າວວ່າ: ການສືບສວນຄັ້ງນີ້ແມ່ນດໍາເນີນຕາມຄໍາຮ້ອງຂອງຂະແໜງການກ່ຽວຂ້ອງຢູ່ແຜ່ນດິນໃຫຍ່ຈີນຕາມກົດໝາຍ. ຫຼັງຈາກໄດ້ຮັບຄຳຮ້ອງແລ້ວ, ກະຊວງການຄ້າຈີນໄດ້ກວດກາຄຳຮ້ອງຕາມກົດລະບຽບ ແລະ ເຫັນວ່າສອດຄ່ອງກັບເງື່ອນໄຂດ້ານການດໍາເນີນຄະດີ ແລະ ສືບສວນເພື່ອຕ້ານການຂາຍທຸ້ມຕະຫຼາດ, ພ້ອມທັງຈະດໍາເນີນການສືບສວນໂດຍອີງຕາມກົດໝາຍແຜ່ນດິນໃຫຍ່ຈີນ ແລະ ກົດລະບຽບຂອງອົງການການຄ້າໂລກ.