ຈີນຈັດກອງປະຊຸມເວທີເປິກສາຫາລືສຸດຍອດການສ້າງປະເທດເຂັ້ມແຂງດ້ານວັດທະນະທໍາປະຈໍາປີ 2024

2024-05-24 15:12:18 CRI

    ວັນທີ 23 ພຶດສະພານີ້, ກອງປະຊຸມເວທີເປິກສາຫາລືສຸດຍອດການສ້າງປະເທດເຂັ້ມແຂງດ້ານວັດທະນະທໍາປະຈໍາປີ 2024 ຂອງຈີນໄດ້ຈັດຂຶ້ນຢູ່ນະຄອນເຊີ່ນເຈີ້ນແຂວງກວາງຕຸ້ງປະເທດຈີນ. ທ່ານຫຼີຊູ່ເຫຼີຍ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ກ່າວຄໍາປາໄສ.



    ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມເຫັນວ່າ: ຕ້ອງຊຸກຍູ້ການປະດິດສ້າງໃໝ່ດ້ານວັດທະນະທໍາ ແລະ ຄວາມຈະເລີນຮຸ່ງເຮືອງດ້ານວັດທະນະທໍາ, ເພີ່ມທະວີການອະນຸລັກ ແລະ ສືບທອດມໍລະດົກວັດທະນະທໍາ, ເລັ່ງລັດຊຸກຍູ້ໃຫ້ເຕັກນິກດີຈີຕອນເພີ່ມພະລັງແຮງໃຫ້ວັດທະນະທໍາ, ລົງເລິກການປະຕິຮູບໂຄງປະກອບແລະ ກົນໄກດ້ານວັດທະນະທໍາ, ກະຕຸກຊຸກຍູ້ແຮງຂັບເຄື່ອນ ແລະ ພະລັງແຮງຊີວິດດ້ານຫົວຄິດປະດິດສ້າງໃໝ່ເຂົ້າໃນຂົງເຂດວັດທະນະທໍາ. ຕ້ອງລົງເລິກການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານອະລິຍະທໍາ, ຈັດຕັ້ງປະຕິບັດຂໍ້ລິເລີ່ມອະລິຍະທໍາທົ່ວໂລກ, ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານອະລິຍະທໍາໃຫ້ດີກວ່າເກົ່າ.