ວັນທີ 23 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກໍາມະການການທະຫານສູນກາງຈີນໄດ້ເປັນປະທານກອງປະຊຸມສົນທະນາວິສາຫະກິດ ແລະ ຜູ້ຊ່ຽວຊານຢູ່ນະຄອນຈີນານແຂວງຊ່ານຕົ່ງຂອງຈີນ, ທ່ານໄດ້ກ່າວຄໍາປາໄສໃນກອງປະຊຸມດັ່ງກ່າວໂດຍເນັ້ນໜັກວ່າ: ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ຕ້ອງປິ່ນອ້ອມຫົວຂໍ້ຄວາມທັນສະໄໝແບບຈີນຢ່າງໜັກແໜ້ນ.
ຫຼັງຈາກຮັບຟັງຄໍາເຫັນຂອງທຸກຄົນແລ້ວ, ທ່ານສີຈິ້ນຜິງໄດ້ກ່າວຄໍາປາໄສອັນສໍາຄັນ ໂດຍກ່າວວ່າ: ສູນກາງພັກວາງແຜນການໃຫຍ່ສໍາຄັນ ແລະ ອອກເອກະສານສໍາຄັນ, ລ້ວນແຕ່ຕ້ອງດຳເນີນການສຳຫຼວດຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຮັບຟັງຄໍາເຫັນຂອງບັນດາຝ່າຍຢ່າງກວ້າງຂວາງ, ເຊິ່ງເປັນປະເພນີປະຕິບັດ ແລະ ມູນເຊື້ອອັນດີງາມຂອງພັກຄອມມູນິດຈີນພວກເຮົາມາໂດຍຕະຫຼອດ. ສໍາລັບຄວາມເຫັນ ແລະ ຂໍ້ສະເໜີຂອງບັນດາຝ່າຍທີ່ກ່ຽວຂ້ອງກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ຫວັງວ່າພາກສ່ວນທີ່ກ່ຽວຂ້ອງຈະຕັ້ງໜ້າຄົ້ນຄວ້າ ແລະ ຮັບເອົາ.