ນາຍົກຈີນຈະເຂົ້າຮ່ວມກອງປະຊຸມຜູ້ນຳຈີນ ຍີ່ປຸ່ນ ແລະ ສ ເກົາຫຼີຄັ້ງທີ 9

2024-05-24 11:11:33 CRI

 

    ວັນທີ 23 ພຶດສະພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນຈະເດີນທາງໄປນະຄອນຫຼວງເຊອູນຂອງສ ເກົາຫຼີ ເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳຈີນ ຍີ່ປຸ່ນ ແລະ ສ ເກົາຫຼີຄັ້ງທີ 9 ລະຫວ່າງວັນທີ 26 ຫາ 27 ພຶດສະພານີ້.