ການປະທະກັນລະຫວ່າງອິດສະຣາແອນ ກັບ ປາແລັດສະຕິນຮອບນີ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດ 35.000 ກວ່າຄົນ

2024-05-24 10:32:27 CRI


    ຫວ່າງມໍ່ໆມານີ້, ພາກສ່ວນສາທາລະນະສຸກເຂດກາຊາແຈ້ງໃຫ້ຮູ້ວ່າ: ຈາກການປະທະກັນລະຫວ່າງອິດສະຣາແອນ ກັບ ປາແລັດສະຕິນຮອບນີ້ທີ່ເກີດຂຶ້ນນັບແຕ່ວັນທີ 7 ຕຸລາປີກາຍນີ້ເປັນຕົ້ນມາ, ຢູ່ເຂດກາຊາມີຜູ້ເສຍຊີວິດ 35.000 ກວ່າຄົນ, ສ່ວນຈຳນວນຜູ້ບາດເຈັບບັນລຸເຖິງ 79.000 ກວ່າຄົນ. ພາກສ່ວນດັ່ງກ່າວແຈ້ງໃຫ້ຮູ້ຕື່ມວ່າ: ປັດຈຸບັນ,ຍັງມີຜູ້ເສຍຊີວິດ ແລະ ຜູ້ບາດເຈັບເປັນຈຳນວນຫຼາຍຖືກຝັງ ແລະ ຕິດຄ້າງຢູ່ລຸ່ມຊາກອາຄານທີ່ຫັກພັງເປັນອຸປະສັກຕໍ່, ພະນັກງານໄພສຸກເສີນຢູ່ເຂດກາຊາດຳເນີນການຊ່ວຍເຫຼືອຍາກທີ່ສຸດ.