ເລື່ອງລາວຂອງທ່ານສີຈິ້ນຜິງກັບແຂວງຊ່ານຕຸ່ງ

2024-05-24 15:29:49 cri


ຕອນບ່າຍວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ລົງຢ້ຽມຢາມນະຄອນຢື້ຈ້າວແຂວງຊ່ານຕຸ່ງຈີນ.

ຊ່ານຕຸ່ງແມ່ນແຂວງໃຫຍ່ດ້ານກະສິກຳແລະເສດຖະກິດ. ໃນຊຸມປີຜ່ານມານີ້, ທ່ານສີຈິ້ນຜິງໄດ້ລົງຢ້ຽມຢາມແລະເຮັດວຽກຢູ່ແຂວງຊ່ານຕຸ່ງຫຼາຍຄັ້ງ ເຊິ່ງໄດ້ຊີ້ ທິດເຍືອງທາງຢ່າງຈະແຈ້ງໃຫ້ແກ່ການປະຕິຮູບແລະການພັດທະນາຂອງແຂວງຊ່ານຕຸ່ງ.

ວຽກງານກະສິກຳ, ຊົນນະບົດແລະຊາວກະສິກອນແມ່ນຂົງເຂດຈຸດສຸມທີ່ທ່ານສີຈິ້ນຜິງໃຫ້ຄວາມສຳຄັນເປັນຢ່າງສູງມາໂດຍຕະຫຼອດ. ເດືອນຕຸລາປີ 2021 ແມ່ນລະດູເກັບກ່ຽວໝາກຖົ່ວເຫຼືອງ, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດເຂດສາທິດອຸດສາຫະກຳໄຮເທັກກະສິກຳທີ່ເຂດສາມລ່ຽມປາກແມ່ນ້ຳເຫຼືອງນະຄອນຕຸ່ງຢີງ. ຍ້ອນຖືກນ້ຳທະເລໜູນສູງເຮັດໃຫ້ທີ່ດິນ 80% ຂຶ້ນໄປກາຍເປັນດິນເຄັມ. ໃນຊຸມປີຜ່ານມານີ້, ໂດຍຜ່ານການນ້ຳໃຊ້ລະບົບນິເວດແລະການປະດິດສ້າງດ້ານແນວພັນພືດ, ດິນເຄັມໄດ້ຮັບການປັບປຸງໃຫ້ສາມາດປູກພືດພັນທັນຍາຫານໃນເນື້ອທີ່ດິນເຄັມໄດ້ຫຼາຍຊະນິດຢ່າງໄດ້ຮັບຜົນຜະລິດສູງແລະມີຄຸນນະພາບດີ.



ທ່ານສີຈິ້ນຜິງໄດ້ຍ່າງລົງສູ່ທົ່ງນາ, ເພິ່ນໄດ້ກົ້ມໂຕລົງເດັດໝາກຖົ່ວເຫຼືອງແລະແກະເອົາເມັດໜຶ່ງ, ຈັບເຂົ້າປາກແລ້ວຫຍ້ຳລະອຽດ ພ້ອມທັງເວົ້າວ່າ: “ໝາກຖົ່ວເຕີບໂຕໄດ້ດີຫຼາຍ.” ທ່ານສີຈິ້ນຜິງກ່າວຕື່ມວ່າ: ພວກເຮົາຕ້ອງຮັກສາເສັ້ນແດງທີ່ມີດິນປູກຝັງ 120 ລ້ານເຮັກຕາ, ພ້ອມທັງພັດທະນາແລະນຳໃຊ້ດິນເຄັມ 33 ລ້ານເຮັກຕາຢ່າງເຕັມທີ່. ຖ້າວ່າພືດພັນທັນຍາຫານທີ່ທົນທານຕໍ່ດິນເຄັມພັດທະນາໄດ້ດີ, ກໍຈະມີບົດບາດສຳຄັນຕໍ່ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນ.

ໃນຖານະເປັນແຂວງໃຫຍ່ດ້ານເສດຖະກິດ, ແຂວງຊ່ານຕຸ່ງມີບົດບາດສຳຄັນຕໍ່ສະພາບລວມແຫ່ງການພັດທະນາໃນທົ່ວປະເທດ. ແຕ່ໃນຂະບວນການທີ່ເສດຖະກິດຫັນຈາກການເຕີບໂຕຢ່າງວ່ອງໄວໄປສູ່ການພັດທະນາດ້ວຍຄຸນນະພາບສູງ, ແຂວງຊ່ານຕຸ່ງເຄີຍປະສົບກັບບັນຫາທີ່ໂຄງສ້າງເສດຖະກິດດ້ານອຸດສາຫະກຳກວມອັດຕາສ່ວນສູງໂດຍລວມ ແຕ່ອຸດສາຫະກຳທີ່ຈະເລີນໃໝ່ມີໜ້ອຍແລະອື່ນໆ.

ເດືອນມິຖຸນາປີ 2018, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມຖານການຜະລິດຄອມພິວເຕີ Fault-toleran ລະດັບສູງຢູ່ກຸ່ມບໍລິສັດລ້າງຊາວ(inspur). ຕອນນັ້ນ, ກຸ່ມບໍລິສັດລ້າງຊາວໄດ້ປະຕິບັດຍຸດທະສາດການພັດທະນາດ້ວຍແຮງຂັບເຄື່ອນການປະດິດສ້າງໃໝ່, ເລັ່ງປ່ຽນມານຳ Server ລະດັບສູງທີ່ຜະລິດຢູ່ພາຍໃນປະເທດ ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດດີຈີຕອນ ແລະ ການນຳໃຊ້ພະລັງແຮງຂັບເຄື່ອນອັນ ໃໝ່ເຂົ້າປ່ຽນແທນພະລັງແຮງອັນເກົ່າຢ່າງມີປະສິດທິຜົນ.



ທ່ານສີຈິ້ນຜິງໄດ້ໄປຮອດຫ້ອງຜະລິດ ໂດຍໄດ້ຊົມເຕັກນິກແລະຂັ້ນຕອນການຜະລິດແບບອັດສະລິຍະຢ່າງລະອຽດ. ເມື່ອໄດ້ເຫັນວິສາຫະກິດເດີນຕາມເສັ້ນທາງການປະດິດສ້າງໃໝ່ດ້ວຍຕົນເອງແລະຊອກເຫັນເສັ້ນທາງການພັດທະນາໃໝ່, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການພັດທະນາດ້ວຍແຮງຂັບເຄື່ອນການປະດິດສ້າງໃໝ່ ແລະ ການນຳໃຊ້ພະລັງແຮງຂັບເຄື່ອນອັນ ໃໝ່ເຂົ້າປ່ຽນແທນພະລັງແຮງ ອັນເກົ່າ ແມ່ນຂໍກຸນແຈສຳຄັນທີ່ພວກເຮົາຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້ຫຼືບໍ່. ເຕັກນິກທີ່ສຳຄັນ, ເຕັກນິກແກນກາງ ແລະ ໄຮເທັກ, ພວກເຮົາຕ້ອງເພິ່ງຕົນເອງ, ເສີມຂະຫຍາຍທ່າແຮງດ້ານລະບອບຂອງພວກເຮົາ, ສຸມກຳລັງເພື່ອເຮັດວຽກໃຫຍ່ໃຫ້ສຳເລັດຜົນ.

ແຂວງຊ່ານຕຸ່ງໃນຊູ່ມື້ນີ້ ພວມອາໄສການປະດິດສ້າງໃໝ່ບົ່ມເພາະແຮງຂັບເຄື່ອນໃໝ່ດ້ານການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອແບກຫາບໜ້າທີ່ຮັບຜິດຊອບທີ່ເປັນແຂວງໃຫຍ່ດ້ານກະສິກຳແລະເສດຖະກິດຢ່າງໜັກແໜ້ນ.