ອາກາດຮ້ອນອຸນຫະພູມເພິ່ມສູງຂຶ້ນເຮັດໃຫ້ພາກກະສິກຳຢູ່ມຽນມາປະສົບຄວາມເສຍຫາຍ

2024-05-24 10:47:29 CRI


    ນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ, ຍ້ອນໄດ້ຮັບຜົນກະທົບຈາກປາກົດການເອວນິນໂນ ເຮັດໃຫ້ມຽນມາປະສົບກັບສະພາບອາກາດຮ້ອນອົບເອົ້າອຸນຫະພູມເພິ່ມສູງຂຶ້ນຜິດປົກກະຕິ,ອຸນຫະພູມຢູ່ຫຼາຍພື້ນທີ່ຂອງມຽນມາໄດ້ເພີ່ມຂຶ້ນສູງເປັນສະຕິຖິສູງສຸດໃນປະຫວັດສາດ. ຈາກອາກາດຮ້ອນອົບເອົ້າ ແລະ ອຸນຫະພູມເພິ່ມສູງຂຶ້ນຄືແນວນີ້ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ການຜະລິດກະສິກຳຂອງມຽນມາ.



    ປີນີ້, ຍ້ອນອຸນຫະພູມເພິ່ມສູງຂຶ້ນ ບວກກັບ ຝົນຕົກບໍ່ຖືກຕ້ອງຕາມລະດູການ ເຮັດໃຫ້ແມ່ນ້ຳ ແລະ ນ້ຳສ້າງທີ່ຊາວບ້ານຈຳນວນຫຼາຍໃຊ້ເຂົ້າໃນການດຳລົງຊີວິດນັ້ນລ້ວນແຕ່ເຫືອດແຫ້ງ ຈົນບໍ່ສາມາດປູກຝັງໄດ້.



    ອຸນຫະພູມເພິ່ມສູງຂຶ້ນຍັງເຮັດໃຫ້້ຄວາມຕ້ອງການໃຊ້ພະລັງໄຟຟ້າຢູ່ຫຼາຍແຫ່ງຂອງມຽນມາເພີ່ມຫຼາຍຂຶ້ນ ຈົນຂາດໄຟຟ້າໃຊ້ຢ່າງຫຼວງຫຼາຍ,ເວລາການສະໜອງໄຟຟ້າຢູ່ຫຼາຍແຫຼ່ງໄດ້ຫຼຸດລົງບໍ່ຮອດ6 ຊົ່ວໂມງຕໍ່ມື້.



    ວິຊາການເຕັກນິກກະສິກຳທ້ອງຖິ່ນຂອງມຽນມາກ່າວວ່າ:ສຳລັບການປູກເຂົ້າ, ຊາວກະສິກອນສ່ວນໃຫຍ່ແມ່ນປັກດຳໃນເດືອນມີນາ, ປັດຈຸບັນພວມຢູ່ໃນໄລຍະເຂົ້າຖອກຮວງ, ແຕ່ອຸນຫະພູມເພິ່ມສູງຂຶ້ນ ແລະ ເກີດໄພແຫ້ງແລ້ງເຮັດໃຫ້ອັດຕາການຖອກຮວງຂອງເຂົ້າຫຼຸດຕ່ຳລົງ, ສິ່ງນີ້ບໍ່ພຽງແຕ່ສ້າງຜົນກະທົບຕໍ່ຜົນຜະລິດເທົ່ານັ້ນ ຍັງເຮັດໃຫ້ພະຍາດ ແລະ ສັດຕູພືດເພີ່ມຫຼາຍຂຶ້ນ.


 

    ນອກຈາກເຮັດໃຫ້ການປູກເຂົ້າ ແລະ ເຂົ້າບະເລໄດ້ຮັບຜົນກະທົບແລ້ວ, ຍ້ອນອຸນຫະພູມເພິ່ມສູງຂຶ້ນຢ່າງຕໍ່ເນື່ອງຍັງເຮັດໃຫ້ໝາກໄມ້ເຂດຮ້ອນຕ່າງໆ ເຊັ່ນ:ໝາກມ່ວງ ແລະ ໝາກເງາະເປັນຕົ້ນສຸກກ່ອນກຳນົດ, ບໍ່ພຽງແຕ່ລົດຊາດບໍ່ແຊບເທົ່ານັ້ນ, ຈຳນວນຜົນຜະລິດກໍ່ຫຼຸດໜ້ອຍລົງຢ່າງເດັ່ນຊັດ, ສິ່ງນີ້ຈະສ້າງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນກະສິກຳຂອງມຽນມາໃນປີນີ້ຢ່າງຫຼວງຫຼາຍ.