ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານສາກົນຫຼາຍກວ່າ 200.000ເທື່ອຄົນ

2024-05-24 15:23:54 CRI


    ພາຍຫຼັງລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວເປີດນຳໃຊ້ນັບແຕ່ວັນທີ 13 ເມສາ 2023 ເປັນຕົ້ນມາ, ນັບມາຮອດວັນທີ24 ພຶດສະພານີ້, ດ່ານພາສີບໍຫານທາງລົດໄຟຈີນ-ລາວ ນັບລວມແລ້ວ ໄດ້ກວດກາລົດໄຟໂດຍສານສາກົນ 868 ຖ້ຽວ, ຜູ້ໂດຍສານທີ່ມາຈາກ 90 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າອອກເມືອງຫຼາຍກວ່າ 200.000 ເທື່ອຄົນ.