ທ່ານຕີ່ງເຊວ່ຊຽງເຂົ້າຮ່ວມເວທີເປິກສາຫາລືການຮ່ວມມືດ້ານອຸດສາຫະກຳແລະການລົງທຶນຈີນ-ປະເທດຄະນະກຳມະການຮ່ວມມືອ່າວເປີເຊຍ

2024-05-24 16:36:44 cri


   ວັນທີ 23 ພຶດສະພານີ້, ທ່ານຕີ່ງເຊວ່ຊຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນໄດ້ເດີນທາງໄປເຂົ້າຮ່ວມເວທີເປິກສາຫາລືການຮ່ວມມືດ້ານອຸດສາຫະກຳແລະການລົງທຶນລະຫວ່າງຈີນກັບປະເທດຄະນະກຳມະການຮ່ວມມືອ່າວເປີເຊຍຢູ່ນະຄອນເຊ້ຍເມີນຈີນ ໂດຍໄດ້ອ່ານສານຊົມເຊີຍຂອງທ່ານສີຈິ້ນຜິງປະທານປະເທດຈີນແລະກ່າວຄຳປາໄສ.

   ທ່ານຕີ່ງເຊວຊຽງກ່າວວ່າ: ທ່ານປະທານສີຈິ້ນຜິງສົ່ງສານຊົມເຊີຍເປັນການສະເພາະໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ເວທີເປິກສາຫາລືຄັ້ງນີ້. ຈີນແລະປະເທດຄະນະກຳມະການຮ່ວມມືອ່າວເປີເຊຍມີປະຫວັດການໄປມາຫາສູ່ກັນດ້ວຍໄມຕີຈິດມາເປັນເວລາເກືອບ 2.000 ປີແລ້ວ, ໂດຍໄດ້ຮ່ວມກັນເດີນຕາມເສັ້ນທາງໃໝ່ທີ່ສາມັກຄີປະສານສົມທົບກັນ, ເຄົາລົບເຊິ່ງກັນແລະກັນ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງກາຍເປັນແບບຢ່າງໃນການສ້າງການພົວພັນສາກົນຮູບແບບໃໝ່. ທ່າແຮງດ້ານການພັດທະນາຂອງສອງຝ່າຍໄດ້ຄ້ຳຊູກັນເປັນຢ່າງສູງ, ການຮ່ວມມືທີ່ຕິດແທດຕົວຈິງແມ່ນມີພື້ນຖານທີ່ໝັ້ນແກ່ນ ແລະ ມີອະນາຄົດອັນກວ້າງຂວາງ. ໂດຍຜະເຊີນໜ້າກັບສະພາບການສາກົນທີ່ສັບສົນແລະປ່ຽນແປງໄວ, ການລົງເລິກການຮ່ວມມືລະຫວ່າງຈີນກັບປະເທດຄະນະກຳມະການຮ່ວມມືອ່າວເປີເຊຍແມ່ນມີຜົນດີຕໍ່ການຊຸກຍູ້ຄວາມໝັ້ນຄົງແລະການພັດທະນາຂອງພາກພື້ນ, ຈະສ້າງຄວາມສຸກອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງຝ່າຍ. ພວກເຮົາຕ້ອງຍຶດໝັ້ນຫຼັກການເປິກສາຫາລື, ສ້າງສາແລະຊົມໃຊ້ຮ່ວມກັນ, ເກາະແຂນກັນຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງໃນການຮ່ວມມືດ້ານອຸດສາຫະກຳແລະການລົງທຶນ, ພະຍາຍາມເພີ່ມພະລັງແຮງໃໝ່ໃຫ້ແກ່ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງຈີນແລະປະເທດຄະນະກຳມະການຮ່ວມມືອ່າວເປີເຊຍ.