ທ່ານສີຈິ້ນຜິງເນັ້ນໜັກໃຫ້ພະຍາຍາມສ້າງສະພາບການໃໝ່ຂອງແຂວງຊ່ານຕຸ່ງທີ່ມີຄວາມທັນສະໄໝແບບຈີນ

2024-05-25 14:19:21 cri

 

ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເນັ້ນໜັກໃນເວລາຢ້ຽມຢາມແຂວງຊ່ານຕຸ່ງໃນຫວ່າງມໍ່ໆນີ້ວ່າ: ແຂວງຊ່ານຕຸ່ງຕ້ອງຖືການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກເປັນກຳລັງແຮງ, ສືບຕໍ່ເດີນຢູ່ທາງໜ້າໃນການບໍລິການແລະການເຊື່ອມໂຍງເຂົ້າໃນສະພາບການພັດທະນາໃໝ່, ສືບຕໍ່ເດີນຢູ່ທາງໜ້າໃນການເພີ່ມທະວີຄວາມສາມາດການປະດິດສ້າງໃໝ່ດ້ານການພັດທະນາເສດຖະກິດສັງຄົມ, ສືບຕໍ່ເດີນຢູ່ທາງໜ້າໃນການຊຸກຍູ້ການອະນຸລັກລະບົບນິເວດຂອງເຂດລ່ອງແມ່ນ້ຳເຫຼືອງແລະການພັດທະນາທີ່ມີຄຸນນະພາບສູງ, ເລັ່ງລັດການກໍ່ສ້າງເຂດພັດທະນາກ່ອນໝູ່ແບບສີຂຽວ ລະບາຍກາກບອນຕ່ຳແລະມີຄຸນນະພາບສູງ, ສ້າງຂົງເຂດໃໝ່ໃນການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ພະຍາຍາມສ້າງສະພາບໃໝ່ທີ່ມີຄວາມທັນສະໄໝແບບຈີນຂອງແຂວງຊ່ານຕຸ່ງ.