ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງທ່ານລຸຍສ ອາບີນາເດີ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຂອງໂດມີນີກັນອີກຊຸດໜຶ່ງ

2024-05-25 14:18:09 cri

 

ວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປຍັງທ່ານລຸຍສ ອາບີນາເດີ, ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຂອງສາທາລະນະລັດໂດມີນີກັນອີກຊຸດໜຶ່ງ.

 

ເນື້ອໃນສານຊົມເຊີຍຊອງທ່ານສີຈິ້ນຜິງລະບຸວ່າ, ປັດຈຸບັນນີ້, ກາວພົນພັນລະຫວ່າງຈີນ-ໂດມີນີກັນໄດ້ຮັກສາທ່ວງທ່າການພັດທະນາຢ່າງຕັ້ງໜ້າ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງລະຫວ່າງສອງຝ່າຍໄດ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມືຕົວຈິງໄດ້ຮັບຜົນງານຢ່າງອຸດົມສົມບູນ, ທັງໄດ້ຮັກສາການປະສານງານຢ່າງແໜ້ນແຟ້ນໃນວຽກງານສາກົນແລະພາກພື້ນ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພົວພັນລະຫວ່າງຈີນ-ໂດມີນີກັນ, ສະແດງຄວາມຍ້ອງຍໍຊົມເຊີິຍຕໍ່ທ່ານປະທານາທິບໍດີລຸຍສ ອາບີນາເດີທີ່ໄດ້ຍຶດໝັ້ນປະຕິບັດນະໂຍບາຍປະເທດຈີນດຽວ, ຍິນດີພະຍາຍາມຮ່ວມກັບທ່ານປະທານາທິບໍດີ, ສືບຕໍ່ນຳພາການພົວພັນລະຫວ່າງຈີນ-ໂດມີນີກັນໃຫ້ກ້າວເຂົ້າສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.