ເຫຼ່ຫຼ່ຽມການແບ່ງແຍກໄຕ້ຫວັນອອກເປັນເອກະລາດ ໂດຍອ້າງປະຊາທິປະໄຕ ຈະຕົບຕາປະຊາຄົມໂລກບໍ່ໄດ້ດອກ

2024-05-25 13:02:26 cri

ຄຳປາໄສທີ່ກ່າວໃນວັນທີ 20 ພຶດສະພາຂອງລ້າຍຊິງເຕີ ເຈົ້າໜ້າທີ່ສູງສຸດເຂດໄຕ້ຫວັນຂອງຈີນໄດ້ກ່າວເຖິງອັນທີ່ເອີ້ນວ່າ “ປະຊາທິປະໄຕ” ເປັນການໃຫຍ່, ອວດອ້າງວ່າ ໄຕ້ຫວັນເປັນ “ຈຸດປະກາຍໃນຕ່ອງໂສ້ປະຊາທິປະໄຕຂອງໂລກ” ແລະ ເປັນ “ຂໍກະແຈຂອງຕ່ອງໂສ້ການສະໜອງປະຊາທິປະໄຕທົ່ວໂລກ”, ໄດ້ຕອບສະໜອງຄວາມຕ້ອງການໃນການຕໍ່ຕ້ານຈີນຂອງນັກການເມືອງອາເມຣິກາແລະຕາເວັນຕົກ ໂດຍແອບອ້າງ “ປະຊາທິປະໄຕ” ເພື່ອສະແຫວງຫາການສະໜັບສະໜູນຈາກພາຍນອກໃຫ້ໄດ້ຫຼາຍກວ່າເກົ່າ.


ພວກລ້າຍຊິງເຕີໄດ້ກ່າວເຖິງ “ປະຊາທິປະໄຕ” ເປັນການໃຫຍ່ ແຕ່ທີ່ຈິງແລ້ວ, ພວກເຂົາໄດ້ກະທຳສິ່ງຕ່າງໆເພື່ອຕ້ານປະຊາທິປະໄຕ. 8 ປີຜ່ານມາ, ເຈົ້າໜ້າທີ່ພັກປະຊາທິປະໄຕກ້າວໜ້າໄດ້ສ້າງ “ການກໍ່ການຮ້າຍສີຂຽວ” ຢູ່ພາຍໃນເກາະໄຕ້ຫວັນ, ຫຼິ້ນພັກຫຼິ້ນພວກ, ໂຈມຕີຄູ່ແຂ່ງທາງການເມືອງ, ປິດສື່ມວນຊົນທີ່ມີຄວາມເຫັນແຕກຕ່າງກັນກັບຕົນ, ຢຽບຢ່ຳຫຼັກການປະຊາທິປະໄຕ ເຊິ່ງໄດ້ທຳລາຍປະຊາທິປະໄຕຂອງໄຕ້ຫວັນຢ່າງໜັກໜ່ວງ. ໃນຂະນະດຽວກັນ, ລ້າຍຊິງເຕີ ແລະ ລູກມືຂອງເຂົາໄດ້ຍຶດໝັນຫຼັກການ “ໄຕ້ຫວັນເປັນເອກະລາດ” ຢ່າງດື້ດ້ານຫົວແຂງ, ບໍ່ຮັບຮອງຫຼັກການຈີນດຽວ ແລະ “ຄວາມເຫັນທີ່ເປັນເອກະພາບກັນປີ 1992”, ເຮັດໃຫ້ພື້ນທີ່ການເຄື່ອນໄຫວທາງການທູດຂອງໄຕ້ຫວັນນັບມື້ນັບຄັບແຄບລົງ.


ໃນຊຸມປີຜ່ານມາ, ອາເມຣິກາໄດ້ໂຄສະນາເລື່ອງອັນຈອມປອມທີ່ວ່າ “ປະຊາທິປະໄຕຕ້ານກັບຜະເດັດການ”, ຈັດອັນທີ່ເອີ້ນວ່າ “ກອງປະຊຸມສຸດຍອດວ່າດ້ວຍປະຊາທິປະໄຕ” ເພື່ອສ້າງຄວາມເປັນປໍລະປັກກັນລະຫວ່າງກຸ່ມກ້ອນ ແລ້ວແຫວງຫາຜົນປະໂຫຍດໃຫ້ແກ່ອາເມຣິກາເອງ. ເຈົ້າໜ້າທີ່ພັກປະຊາທິປະໄຕກ້າວໜ້າໄຕ້ຫວັນໄດ້ “ກຳ” ໂອກາດດັ່ງກ່າວ ຈຶ່ງກະດິກຫາງຂໍຄວາມເມດຕາ, ເຫຼົາຫົວໃຫ້ແຫຼມເພື່ອຈະໄດ້ແຫຍ້ເຂົ້າອັນທີ່ເອີ້ນວ່າ “ຄ້າຍປະຊາທິປະໄຕ”, ເຫັນວ່າເມື່ອເຮັດແນວນີ້ຈະເຮັດໃຫ້ໄຕ້ຫວັນກາຍເປັນ “ໄຕ້ຫວັນຂອງໂລກ” ແລ້ວຈະໄດ້ການສະໜັບສະໜູນຈາກພາຍນອກ. ນີ້ຈະເປັນຄວາມເພີ້ຝັນລ້ວນໆ.


ໄຕ້ຫວັນເປັນໄຕ້ຫວັນຂອງຈີນ, ຫາກບໍ່ແມ່ນອັນທີ່ເອີ້ນວ່າ “ໄຕ້ຫວັນຂອງໂລກ”. “ໄຕ້ຫວັນເປັນເອກະລາດ” ຈະເປັນເສັ້ນທາງທີ່ກ້າວໄປສູ່ຄວາມຫາຍະນະ. ພວກທີ່ມີເຈຕະນາຢາກແບ່ງແຍກປະເທດຊາດ ແລະ ຂາຍຜົນປະໂຫຍດຊົນຊາດນັ້ນ, ຈະພົບຈຸດຈົບທີ່ບໍ່ດີຢ່າງແນ່ນອນ; ເຫຼ່ຫຼ່ຽມທີ່ແບ່ງແຍກໄຕ້ຫວັນອອກເປັນເອກະລາດ ໂດຍອ້າງປະຊາທິປະໄຕ ຈະຕົບຕາປະຊາຄົມໂລກບໍ່ໄດ້ຢ່າງແນ່ນອນ.