ວັນທີ 24 ພຶດສະພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນຕັດສິນໃຈບໍ່ເຫັນດີໃຫ້ເຂດໄຕ້ຫວັນເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກປີນີ້ ເຊິ່ງໄດ້ຮັບຄວາມເຂົ້າໃຈ ແລະການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມໂລກ. ມີຫຼາຍປະເທດສະໜັບສະໜູນຫຼັກໝັ້ນຂອງຈີນໃນບັນຫາໄຕ້ຫວັນກ່ຽວກັບກອງປະຊຸມອະນາໄມໂລກ.
ທ່ານກ່າວຕື່ມວ່າ: ນີ້ເປັນການພິສູດອີກເທື່ອໜຶ່ງວ່າ, ສະພາບການພື້ນຖານທີ່ປະຊາຄົມໂລກຍຶດໝັ້ນຫຼັກການປະເທດຈີນດຽວແມ່ນບໍ່ສາມາດປ່ຽນແປງໄດ້. ການຊຸກຍູ້ການແບ່ງແຍກປະເທດຈີນ ແລະໃຫ້ “ໄຕ້ຫວັນເປັນເອກະລາດ” ນັ້ນຈະບໍ່ສຳເລັດຜົນເດັດຂາດ. ເຈຕະນາໃດໆທີ່ລະເມີດຫຼັກການປະເທດຈີນດຽວ ແລະຫຼິ້ນການເມືອງໂດຍຂໍ້ອ້າງບັນຫາໄຕ້ຫວັນລ້ວນແຕ່ຈະລົ້ມແຫຼວຢ່າງແນ່ນອນ.