ການລາດຕະເວນຮ່ວມຢູ່ຕາມເຂດລ້ອງແມ່ນ້ຳຂອງລະຫວ່າງຈີນ,ລາວ,ມຽນມາແລະໄທຄັ້ງທີ 141 ໄດ້ສິ້ນສຸດລົງຢ່າງຈົບງາມ

2024-05-25 14:34:05 cri


      ຫ້ອງການຖະແຫຼງຂ່າວຂອງພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນແຈ້ງໃຫ້ຊາບວ່າ: ວັນທີ 24 ພຶດສະພານີ້, ຄຽງຄູ່ກັບກຳປັ່ນປະຕິບັດກົດໝາຍຂອງຈີນໄດ້ເຂົ້າທຽບທ່າກຳປັ່ນຊຽງຮ່າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຂອງຈີນ, ການລາດຕະເວນຮ່ວມຢູ່ຕາມເຂດລ້ອງແມ່ນ້ຳຂອງລະຫວ່າງຈີນ,ລາວ,ມຽນມາແລະໄທຄັ້ງທີ 141 ໄດ້ສິ້ນສຸດລົງຢ່າງຈົບງາມ.

      ການລາດຕະເວນຄັ້ງນີ້ໄດ້ໃຊ້ເວລາ 4 ວັນ 3 ຄືນ, ໄລຍະທາງການເດີນເຮືອແມ່ນ 630 ກວ່າກິໂລແມັດ, ຕົ້ນຕໍໄດ້ດຳເນີນການປະຕິບັດກົດໝາຍລາດຕະເວນຮ່ວມແລະການໄລ່ຈັບທາງບົກແລະທາງນ້ຳຢ່າງເປີດເຜີຍຢູ່ເຂດນ້ຳ “ສາມຫຼ່ຽມຄຳ” ແມ່ນ້ຳຂອງ, ບ້ານເມືອງມອມແລະຊຽງກົກຂອງລາວແລະເຂດນ້ຳອື່ນໆ.