ທ່ານ ຕິ່ງເຊ່ວຊຽງ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດການສ້າງສາປະເທດຈີນດີຈີຕອນຄັ້ງທີ 7 ພ້ອມທັງກ່າວຄຳປາໄສ

2024-05-25 14:35:18 cri

      ກອງປະຊຸມສຸດຍອດການສ້າງສາປະເທດຈີນດີຈີຕອນຄັ້ງທີ 7 ໄດ້ໄຂຂຶ້ນຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນຂອງຈີນໃນວັນທີ 24 ພຶດສະພານີ້, ທ່ານ ຕິ່ງເຊ່ວຊຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີໄຂພ້ອມທັງກ່າວຄຳປາໄສຫົວຂໍ້ຫຼັກ.

      ທ່ານ ຕິ່ງເຊ່ວຊຽງ ກ່າວວ່າ: ຕ້ອງເລັ່ງລັດສ້າງສາປະເທດຈີນດີຈີຕອນ,ເສີມຂະຫຍາຍທ່າແຮງດ້ານຂໍ້ມູນຂະໜາດໃຫຍ່ແລະການນຳໃຊ້ຕາມສະພາບຕົວຈິງທີ່ອຸດົມສົມບູນຂອງປະເທດຈີນ,ສ້າງຄຸນຄ່າປັດໄຈສຳຄັນດ້ານຂໍ້ມູນດ້ວຍທຸກວິທີ, ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດສັງຄົມຢ່າງຮອບດ້ານ,ສ້າງທ່າແຮງໃໝ່ແລະພະລັງແຮງໃໝ່ໃນການພັດທະນາທີ່ມີຄຸນນະພາບສູງ.

      ຫົວຂໍ້ຕົ້ນຕໍຂອງກອງປະຊຸມສຸດຍອດຄັ້ງນີ້ແມ່ນ “ສ້າງຄຸນຄ່າປັດໄຈສຳຄັນດ້ານຂໍ້ມູນ,ພັດທະນາກຳລັງການຜະລິດທີ່ມີຄຸນນະພາບໃໝ່”. ຜູ້ຮັບຜິດຊອບຂອງພາກສ່ວນແລະທ້ອງຖິ່ນທີ່ກ່ຽວຂ້ອງ,ບຸກຄົນວົງການວິສາຫະກິດ,ຜູ້ຊ່ຽວຊານ,ນັກວິຊາການແລະອື່ນໆປະມານ 1.200 ທ່ານໄດ້ເຂົ້າຮ່ວມພິທີດັ່ງກ່າວ.