ຮອງປະທານປະເທດຈີນພົບປະກັບຮອງນາຍົກລັດຖະມົນຕີກຳປູເຈຍ

2024-05-25 16:34:17 cri

ວັນທີ 24 ພຶດສະພານີ້, ທ່ານຮານເຈີ້ງ ຮອງປະທານປະເທດຈີນໄດ້ພົບປະກັບທ່ານຊົກເຈນດາ ໂຊຟີ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນຂອງກຳປູເຈຍຢູ່ນະຄອນຫຼວງປັກກິ່ງຂອງຈີນ.

 

ທ່ານຮານເຈີ້ງກ່າວວ່າ: ຈີນໃຫ້ຄວາມສຳຄັນເປັນຢ່າງສູງ ແລະສຸມໃສ່ລົງເລິກການຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງຈີນ ແລະກຳປູເຈຍ, ຍິນດີເສີມຂະຫຍາຍໂຄງປະກອບການຮ່ວມມື “ເພັດ 6 ດ້ານ” ຈີນ-ກຳປູເຈຍຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການເຊື່ອມໂຍງເຂົ້າກັນລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນກັບ “ຍຸດທະສາດຫ້າແຈ” ຂອງກຳປູເຈຍ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍໃຫ້ເລິກເຊິ່ງ ແລະເປັນຮູບປະທຳກວ່າເກົ່າ.

 

ທ່ານຊົກເຈນດາກ່າວວ່າ: ລັດຖະບານກຳປູເຈຍຊຸດໃໝ່ຈະເພີ່ມທະວີການຮ່ວມມືທີ່ແທດເໝາະກັບສະພາບຄວາມເປັນຈິງໃນຂົງເຂດຕ່າງໆກັບຈີນ, ຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.