ຈີນລົງທຶນຫຼາຍກວ່າຮ້ອຍຕື້ຢວນເຂົ້າໃນພະລັງງານສະອາດໃນໄຕມາດທີ 1ປີນີ້

2024-05-26 15:42:17 CRI

    ຫວ່າງມໍ່ໆມານີ້, ສະຫະພັນວິສາຫະກິດພະລັງໄຟຟ້າຈີນເຜີຍໃຫ້ຮູ້ວ່າ, ນັບແຕ່ປີນີ້ເປັນຕົ້ນມາ, ວິສາຫະກິດພະລັງໄຟຟ້າຂອງຈີນເລັ່ງລັດລົງທຶນດຳເນີນການກໍ່ສ້າງແບບສີຂຽວ, ໃນໄຕມາດທີ 1, ຈີນໄດ້ລົງທຶນຫຼາຍກວ່າຮ້ອຍຕື້ຢວນເຂົ້າໃນພະລັງງານສະອາດ.


 

     ຫວ່າງກ່ອນນີ້ບໍ່ດົນ, ກຸ່ມບໍລິສັດການລຶງທຶນພະລັງໄຟຟ້າແຫ່ງຊາດຈີນໄດ້ເລີ່ມກໍ່ສ້າງໂຄງການພະລັງງານ 200 ກວ່າໂຄງການ,ເຊິ່ງມີຄວາມສາມາດການຜະລິດໄຟຟ້າຫຼາຍກວ່າ 80 ລ້ານກິໂລວັດ, ໃນນັ້ນຈຳນວນໂຄງການພະລັງງານສະອາດກວມ 90% ຂຶ້ນໄປ. ນອກນີ້ ກຸ່ມບໍລິສັດຖ່ານຫີນແຫ່ງຊາດຈີນກໍມີແຜນການພະລັງງານໃໝ່ 200 ລ້ານກິໂລວັດເພື່ອ ອອກແຮງສຸດຂີດຊຸກຍູ້ຂະແໜງການດັ້ງເດີມຍົກລະດັບຫັນເປັນແບບສີຂຽວ.