ບຸກຄົນສາກົນກ່າວຢ້ຳສະໜັບສະໜູນຫຼັກການປະເທດຈີນດຽວຢ່າງເດັດດ່ຽວ

2024-05-26 15:39:53 CRI

     ຫວ່າງມໍ່ໆມານີ້, ບຸກຄົນສາກົນພາກັນອອກສຽງຢ່າງຕໍ່ເນື່ອງ ກ່າວຢ້ຳສະໜັບສະໜູນຫຼັກການປະເທດຈີນດຽວຢ່າງເດັດດ່ຽວ, ຄັດຄ້ານການກະທຳ “ແບ່ງແຍກໄຕຫວັນເປັນເອກະລາດ” ຮູບໃດໆ.



    ທ່ານດີມີຕຣີ ໂນວິໂກຟ ຮອງປະທານຜູ້ທີໜຶ່ງຂອງກຳມາທິການວຽກງານສາກົນສະພາດູມາແຫ່ງຊາດຣັດເຊຍກ່າວວ່າ: ພວກຂ້າພະເຈົ້າຮູ້ແຈ້ງທີ່ສຸດ, ຢູ່ເບື້ອງຫຼັງຄວາມເວົ້າທີ່ “ແບ່ງແຍກໄຕ້ຫວັນເປັນເອກະລາດ”ແມ່ນຜົນປະໂຫຍດຂອງອາເມຣິກາ. ຂ້າພະເຈົ້າຢາກກ່າວເນັ້ນອີກເທື່ອໜຶ່ງວ່າ: ໃນກໍລະນີໃດໆ, ພວກຂ້າພະເຈົ້າສະໜັບສະໜູນຫຼັກການປະເທດຈີນດຽວຢ່າງສະເໝີຕົ້ນສະເໝີປາຍ, ຄວາມເວົ້າໃດໆກ່ຽວກັບ“ການແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດ” ໃດໆກໍ່ຄວນຖືກກ່າວປະນາມ, ສິ່ງນີ້ບໍ່ສາມາດສ້າງຄວາມສະຫງົບ ແລະ ຄວາມໝັ້ນຄົງໃຫ້ແກ່ໂລກສະຕະວັດທີ 21 ໄດ້.


 

     ທ່ານກິມບານ ກາລຽວ ກຳມະການຂອງຄະນະບໍລິຫານງານສູນກາງພັກຄອມມູນິດການາດາກ່າວວ່າ: ໄຕ້ຫວັນແມ່ນພາກສ່ວນທີ່ແບ່ງແຍກບໍ່ໄດ້ຂອງປະເທດຈີນ. ນີ້ແມ່ນສະພາບຄວາມຈິງທີ່ປະເທດອື່ນໆຮັບຮອງຕາມກົດໝາຍສາກົນໃນໄລຍະດົນນານມານີ້.ບັນຫາລະຫວ່າງແຜ່ນດິນໃຫຍ່ຈີນ ກັບ ໄຕ້ຫວັນ,ຄວນໃຫ້ປະຊາຊົນຈີນທັງຫຼາຍແກ້ໄຂຮ່ວມກັນ, ບໍ່ອະນຸຍາດໃຫ້ອິດທິກຳລັງອື່ນໆເຂົ້າແຊກແຊງ.