ຈີນກ່າວປະນາມຢ່າງຮຸນແຮງຕໍ່ການກ່າວຟ້ອງຈອມປອມ ແລະ ການຫຼິ້ນເກມການເມືອງຂອງອັງກິດ

2024-05-26 14:38:09 cri

 

    ວັນທີ 25 ພຶດສະພານີ້, ແນໃສ່ອັງກິດໄດ້ໃສ່ຮ້າຍປ້າຍສີຈີນຕາມລຳພັງ, ຈັບກຸມ ແລະ ກ່າວຟ້ອງພົນລະເມືອງຈີນຢູ່ອັງກິດຕາມລຳພັງ ແລະ ໃສ່ຮ້າຍປ້າຍສີອົງການປົກຄອງເຂດບໍລິຫານພິເສດຮົງກົງໃນໄລຍະມໍ່ໆນີ້, ໂຄສົກຂອງສຳນັກງານກະຊວງການຕ່າງປະເທດຈີນປະຈຳຮົງກົງໄດ້ກ່າວປະນາມຢ່າງຮຸນແຮງ ແລະ ເດັດດ່ຽວຄັດຄ້ານຕໍ່ກັບເລື່ອງດັ່ງກ່າວ.

    ໂຄສົກທ່ານນີ້ກ່າວວ່າ: ການກ່າວຟ້ອງທີ່ຈອມປອມ ແລະ ການຫຼິ້ນເກມການເມືອງທີ່ຊົ່ວຮ້າຍຂອງອັງກິດໄດ້ລະເມີດຈິດໃຈກົດໝາຍຢ່າງໜັກໜ່ວງ, ລ່ວງລະເມີດສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງພົນລະເມືອງຈີນທີ່ຢູ່ອັງກິດຢ່າງໜັກໜ່ວງ, ລ່ວງລະເມີດຫຼັກການຂອງກົດໝາຍສາກົນ ແລະ ຫຼັກການພື້ນຖານຂອງການພົວພັນສາກົນຢ່າງໜັກໜ່ວງ ພ້ອມທັງທຳລາຍພາບພົດ ຄວາມໜ້າໄວ້ເນື້ອເຊື່ອໃຈຂອງອັງກິດຢ່າງໜັກໜ່ວງ.  ໂຄສົກທ່ານນີ້ຊີ້ໃຫ້ເຫັນວ່າ: ຈີນເດັດດ່ຽວຄັດຄ້ານອິດທິກຳລັງພາຍນອກໃດໆແຊກແຊງວຽກງານຮົງກົງ ແລະ ວຽກງານພາຍໃນຂອງຈີນດ້ວຍຮູບແບບໃດໆ. ພວກເຮົາເລັ່ງທວງອັງກິດຢ່າງຮຸນແຮງຈົ່ງຍຸດຕິການຫຼິ້ນເກມການເມືອງທີ່ຕໍ່ຕ້ານຈີນຢ່າງທັນທີ, ປົກປັກຮັກສາສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງປະຊາຊົນຈີນທີ່ຢູ່ອັງກິດຢ່າງແທ້ຈິງ. ຖ້າວ່າອັງກິດຍັງຈະສືບຕໍ່ເຮັດຕາມລຳພັງໃຈ,  ຈີນຈະນຳໃຊ້ມາດຕະການຕອບໂຕ້ທີ່ແຂງແຮງ.