GDP ໃນໄຕມາດທີ 1 ປີນີ້ຂອງເຂດບໍລິຫານພິເສດມາກ໊າວຈີນໄດ້ເພີ່ມຂຶ້ນ 25,7%

2024-05-26 14:40:28 cri

 

    ວັນທີ 25 ພຶດສະພານີ້, ເວັບໄຊຂອງໜັງສືພິມລາຍວັນມາກ໊າວລາຍງານວ່າ: ຕົວເລກສະຖິຕິຂອງອົງການສະຖິຕິມາກ໊າວສະແດງໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນໄຕມາດທີ 1 ປີນີ້ຂອງເຂດບໍລິຫານພິເສດມາກ໊າວໄດ້ເພີ່ມຂຶ້ນ 25,7% ເມື່ອທຽບໃສ່ໄລຍະດຽວກັນປີກາຍນີ້.

    ບົດລາຍງານລະບຸວ່າ: ເຖິງວ່າເສດຖະກິດທົ່ວໂລກຍັງມີຄວາມບໍ່ແນ່ນອນຈຳນວນຫຼາຍກໍຕາມ, ແຕ່ປັດໄຈທີ່ຊຸກຍູ້ການຟື້ນຟູ ແລະ ການເຕີບໂຕທາງເສດຖະກິດມາກ໊າວຍັງຄົງແມ່ນການບໍລິການດ້ານການທ່ອງທ່ຽວ. ຕະຫຼາດແຫຼ່ງນັກທ່ອງທ່ຽວຕົ້ນຕໍແມ່ນແຜ່ນດິນໃຫຍ່ຈີນ ແລະ ຮົງກົງ, ຍ້ອນວ່າເສດຖະກິດຂອງເຂດເຫຼົ່ານີ້ໄດ້ຟື້ນຟູຢ່າງວ່ອງໄວ, ສະນັ້ນ, ຈຶ່ງໄດ້ຊຸກຍູ້ໃຫ້ການບໍລິການດ້ານການທ່ອງທ່ຽວຢູ່ມາກ໊າວມີທ່ວງທ່າເຕີບໂຕຢ່າງຕໍ່ເນື່ອງ.